ໃນວັນທີ 8 ຕຸລານີ້, 6 ໝ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນ ແຂວງວຽງຈັນໄດ້ ດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີ ll ຂອງຕົນ ຂຶ້ນຢູ່ທີ່ຫ້ອງປະຊຸມ ຂອງພະແນກດັ່ງກ່າວ. ໂດຍການເປັນປະທານຂອງສະຫາຍ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ, ຄະນະຊີ້ນຳອະນຸກຳມະການບຸກຄະລາກອນຂັ້ນແຂວງ, ມີບັນດາສະຫາຍ ໃນຄະນະພັກຮາກຖານພະແນກການເງິນແຂວງ, ມີຄະນະໜ່ວຍພັກ, ພ້ອມດ້ວຍສະມາຊິກພັກພາຍໃນພະແນກເຂົ້າຮ່ວມ.
ຈຸດປະສົງ ເພື່ອສຳຫຼວດຕີລາຄາຄວາມຮັບຜິດຊອບລວມຂອງການຈັດຕັ້ງພັກ, ຄະນະພັກ ແລະ ຄວາມຮັບຜິດຊອບຂອງສະມາຊິກພັກແຕ່ລະສະຫາຍໂດຍຊອກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງໃນການນຳພາລວມຂອງຄະນະ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນການນຳພາຂອງຄະນະພັກ, ແນໃສ່ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງພັກ, ປັບປຸງ-ກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງ,-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ-ວິທີເຮັດວຽກ. ເພື່ອເປັນການຕີລາຄາ ແລະ ແບ່ງປະເພດຄຸນນະພາບຂອງການຈັດຕັ້ງພັກ, ຄະນະພັກ ແລະ ສະມາຊິກພັກ ເພື່ອເປັນບ່ອນອີງໃນການເລືອກເຟັ້ນບຸກຄະລະກອນຜູ້ທີ່ດີເດັ່ນຈາກຂະບວນການວຽກງານຕົວຈິງ ເຂົ້າໃນຄະນະພັກຊຸດໃໝ່ ໃຫ້ໄປຕາມມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດລະບຽບພັກ, ມະຕິຂອງກົມການເມືອງສູນກາງພັກ.
ໃນບັ້ນດຳເນີນຊີວິດການເມືອງທ້າຍສະໄໝຄັ້ງນີ້ ແຕ່ລະໜ່ວຍພັກ ໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ, ບົດສຳຫຼວດການນຳພາລວມຂອງແຕ່ລະໜ່ວຍພັກ ແລະ ບົດສຳຫຼວດຂອງບຸກຄົນສະມາຊິກພັກ, ເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມກັນແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ຂາດຕົກບົກຜ່ອງໃນການນຳພາຊີ້ນຳໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂຶ້ນເລື້ອຍໆ. ພ້ອມນີ້ ຍັງໄດ້ທາບທາມບຸກຄະລາກອນ ຮອບທີ II ອີກດ້ວຍ.
(ພາບ-ຂ່າວ: ບຸນມາ ແກ້ວບຸດດາ).