ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ສືບຕໍ່ເປັນປະ ທານກອງປະຊຸມສະພາປະສານງານອາຊຽນ (ACC) ຄັ້ງທີ 35 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຈັດຂຶ້ນໃນວັນທີ 8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າກ່ຽວກັບການກະກຽມເຂົ້າເປັນສະມາຊິກອາຊຽນສົມບູນຂອງຕີມໍແລັດສະເຕ ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດແຜນດໍາເນີນງານການເຂົ້າເປັນສະມາຊິກອາຊຽນສົມບູນຂອງຕີມໍແລັສເຕ ກໍຄືການກະກຽມບັນດາຮ່າງເອກະສານທາງດ້ານກົດໝາຍສໍາລັບການເຂົ້າເປັັນສະມາຊິກອາຊຽນຂອງຕີມໍແລັສເຕ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງບັນດາບົດລາຍງານພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ ລວມທັງບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງປະທານຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ, ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ແລະ ບົດລາຍງານຄວາມຄືບໜ້າປະຈໍາປີ 2024 ຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ລວມທັງໝົດ 13 ບົດລາຍງານ. ນອກຈາກນີ້, ກອງປະຊຸມໄດ້ທົບທວນບັນດາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45.​ ພ້ອມນີ້, ກອງປະຊຸມຍັງໄດ້ຮັບຮອງເອົາການແຕ່ງຕັ້ງຮອງເລຂາທິການອາຊຽນຂອງເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນຄົນໃໝ່ຕາມຮອບວຽນຕົວອັກສອນ ຊຶ່ງແມ່ນທ່ານ San Lwin ຈາກມຽນມາ ໂດຍຈະປະຕິບັດໜ້າທີ່ແຕ່ປີ 2024-2027.
ຂ່າວ: ພູວັນ