ໃນວັນທີ 8 ຕຸລານີ້, ໜ່ວຍພັກທາງບົກ-ທາງນ້ຳ ແຂວງເຊກອງໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂຶ້ນທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ, ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທະວີ ນະຄອນສິດ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີສະຫາຍ ນາງ ເພັດດາວອນ ວາດສະຫງ່າ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ບຸດຕາກອນ ພົມມະຈັນ ເລຂາໜ່ວຍພັກທາງບົກ-ທາງນ້ຳ ແລະຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ເພັດສະໜາ ສີຫາວົງ ຮອງເລຂາໜ່ວຍພັກທາງບົກ-ທາງນ້ຳ ກ່າວວ່າ: ໜ່ວຍພັກທາງບົກ-ທາງນໍ້າ ແມ່ນໜ່ວຍພັກໜຶ່ງ ທີ່ຂຶ້ນກັບຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ. ໃນໄລຍະຜ່ານມາ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໄດ້ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ, ເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດເປັນປະຈຳ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ, ຮໍ່າຮຽນແນວທາງປ່ຽນແປງໃໝ່ຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ກາຍເປັນສະມາຊິກພັກທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ ສາມາດເບິ່ງກ້ວາງມອງໄກ, ມີຄວາມສາມັກຄືພາຍໃນຢ່າງໜັກແໜ້ນ ແລະ ພາຍນອກໃຫ້ກ້ວາງຂວາງ; ເອົາໃຈໃສ່ປັບປຸງກໍ່ສ້າງພັກ ແລະຂະຫຍາຍມະຫາຊົນທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນໄດ້. ພ້ອມນີ້, ຍັງໄດ້ເປັນເຈົ້າການແບ່ງງານ ແບ່ງຄວາມຮັບຜິດຊອບຕາມພາລະບົດບາດ, ສິດ ແລະ ໜ້າທີຈັດຕັ້ງປະຕິບັດວຽກງານວິຊາສະເພາະດ້ວຍຜົນສຳເລັດສູງ. ຈາກນັ້ນ, ຜູ້ແທນກອງປະຊຸມພາຍໃນໜ່ວຍ ໄດ້ໃຊ້ສິດປ່ອນບັດເລືອກເອົາຄະນະພັກຊູດໃໝ່ ໂດຍເຫັນດີເລືອກເອົາ ສະຫາຍ ບຸດຕະກອນ ພົມມະຈັນ ເປັນເລຂາ, ສະຫາຍ ເພັດສະໜາ ສີຫາວົງ ເປັນຮອງ ແລະ ສະຫາຍ ໄຊປັນຍາ ທຳມະວົງ ເປັນປະທານກວດກາໜ່ວຍພັກ.
(ຂ່າວ-ພາບ: ອັດສະວິນ)