ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຈັດຂຶ້ນໃນວັນທີ 8 ຄຸລານີ້ ທີ່ ໂຮງແຮມແລນມາກ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ, ທຸຕານຸທູດ ແລະ ບັນດາຜູ້ນໍາທຸລະກິດທັງຈາກພາຍໃນ ສປປ ລາວ, ອາຊຽນ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ.
ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແມ່ນກອງປະຊຸມສຸດຍອດຂອງພາກທຸລະກິດອາຊຽນ ຈັດຂື້ນທຸກໆປີຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນຂອງພາກລັດຖະບານ, ເຊິ່ງເປັນເວທີທີ່ສໍາຄັນເພື່ອ​ແລກປ່ຽນ​ຄໍາຄິດ​ເຫັນ ໃນການ​ຫາຊ່ອງທາງເພີ່ມທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນອາ​ຊຽນ ​ແລະ ໃນໂລກ ກໍຄືການເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຈາກພາກລັດ ແລະ ພາກທຸລະກິດ.
ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງລະຫວ່າງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ ແມ່ນ​​ມີ​ຄວາມ​ສຳຄັນ​ຢ່າງຍິ່ງໃນການປະກອບສ່ວນເຂົ້າການພັດທະນາແບບຍືນຍົງ ກໍຄືການແກ້​ໄຂ​ສິ່ງ​ທ້າ​ທາຍ​ທີ່ເກີດຂຶ້ນທັງໃນປັດຈຸ​ບັນ ​ແລະ ອະນາຄົດ, ເຊິ່ງການຮ່ວມມືລະຫວ່າງທັງສອງພາກສ່ວນ ຈະຊ່ວຍດຶງດູດເອົາການຄ້າ ແລະ ການລົງທຶນໃໝ່ ເຂົ້າໃນການພັດທະນາດ້ານພື້ນຖານໂຄງລ່າງ, ການຫັນເປັນດິຈິຕອນ, ການນໍາໃຊ້ພະລັງງານສະອາດ ແລະ ການເບິ່ງແຍງສຸຂະພາບ ແນໃສ່ເພື່ອສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ສາມາດຕ້ານທານ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາເສດຖະກິດຖົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.
ທ່ານ ສອນໄຊ ສີພັນດອນ ກ່າວອີກວ່າ: ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງບັນດາລັດຖະບານຂອງບັນດາປະເທດອາຊຽນ ແລະ ພາກທຸລະກິດຈະປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາທີ່ຍືນຍົງ ຊຶ່ງບໍ່ພຽງແຕ່ຈະເປັນການປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການເປີດຕະຫຼາດໃໝ່ ແລະ ສ້າງໂອກາດໃໝ່ໃຫ້ແກ່ການພັດທະນານະວັດຕະກໍາໃໝ່ໆ.
      ທ່ານ ນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບກ່ຽວກັບການດໍາເນີນນະໂຍບາຍການ        ພັດທະນາເສດຖະກິດສະອາດ, ສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ໂດຍສະເພາະແມ່ນການລົງທຶນດ້ານພະລັງງານສະອາດ ຢູ່ ສປປ ລາວ ແມ່ນມີທ່າແຮງມະຫາສານ, ໂດຍໃນປັດຈຸບັນ, 97% ຂອງພະລັງງານທີ່ຜະລິດຢູ່ ສປປ ລາວ ລ້ວນແລ້ວແຕ່ເປັນມິດຕໍ່ສິ່ງແວດລ້ອມ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ, ແລະ ພະລັງງານລົມ.
      ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍສະພາການຄ້າ ແລະ ອຸດສາ ຫະກຳ ແຫ່ງຊາດລາວ ໃນຖານະປະທານສະພາທີ່ປຶກສາທຸລະກິດອາຊຽນ ປີ 2024 ໃນການກະກຽມທີ່ດີໃຫ້ແກ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປີ 2024 ຄັ້ງນີ້.
ຂ່າວ: ວັນເພັງ