ເພື່ອເປັນການສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສາລະນະລັດ ປະຊາທິປະໄຕ (ສປ) ຕີມໍ-ແລັສເຕ. ດັ່ງນັ້ນ, ໃນວັນທີ 8 ຕຸລາ 2024, ທີ່ນະຄອນຫຼວງວຽງຈັນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເກ ຣາລາ ຊານານາ ກຸສເມົາ (H. E. Mr. Kay Rala Xanana Gusmão) ນາຍົກລັດຖະມົນຕີ ແຫ່ງ ສປ ຕີມໍ-ແລັສເຕ, ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງຂອງ ສປ ຕີມໍ-ເລສເຕ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ ສປປ ລາວ.
ການພົບປະສອງຝ່າຍໃນຄັ້ງນີ້, ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດລາວ ແລະ ຕີມໍ-ແລັສເຕ ຕະຫຼອດໄລຍະ 2 ທົດສະວັດ ຜ່ານມາ ທີ່ສືບຕໍ່ໄດ້ຮັບການພັດທະນາ ແລະ ເຂົ້າສູ່ລວງເລິກເປັນກ້າວໆ ໂດຍສະເພາະການສະໜັບສະໜູນ ແລະ ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ສອງຝ່າຍ ໄດ້ມີການແລກປ່ຽນການພົບປະຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ ເປັນປົກກະຕິ. ພິເສດ ແມ່ນຜົນສໍາເລັດຂອງການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສປ ຕີມໍ-ແລັສເຕ ໃນເດືອນກຸມພາ 2024 ຜ່ານມາ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ຈັດຕັ້ງຜັນຂະຫຍາຍບັນດາສັນຍາຮ່ວມມືທີ່ໄດ້ລົງນາມຮ່ວມກັນ ເປັນຕົ້ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ສະບັບໃໝ່ ໃນປີ 2024 ໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາຫຼາຍຂຶ້ນ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນ ເປັນຕົ້ນຂົງເຂດກະສິກຳ, ການທ່ອງທ່ຽວ, ພະລັງງານນ້ຳມັນ ແລະ ອື່ນໆ. ຝ່າຍລາວ ຍັງໄດ້ເຫັນດີຈະຊຸກຍູ້ໃຫ້ມີການພົບປະກັນລະຫວ່າງພາກທຸລະກິດ (SMEs) ເພື່ອສົ່ງສິນຄ້າເຂົ້າ-ອອກ ປະເພດສິນຄ້າຕ່າງໆຂອງສອງປະເທດ ໂດຍສະເພາະການປະສານສົມທົບກັນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຕີມໍ-ແລັສເຕ ໃນຕໍ່ໜ້າ.
ໃນໂອກາດດຽວກັນນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສັນຍາທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ ເປັນຕົ້ນແມ່ນສັນຍາ ວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທົ່ວໄປ ແລະ ສັນຍາການແລກປ່ຽນທີ່ດິນ ແລະ ເຮືອນ ເພື່ອຮັບໃຊ້ວຽກງານການທູດ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ແລັສເຕ ຊຶ່ງຈະປະກອບສ່ວນສຳຄັນໃນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດ ກໍຄືການກະກຽມສ້າງຕັ້ງສຳນັກງານສະຖານທູດລາວ ທີ່ ນະຄອນຫຼວງດີລີ ສປ ຕີມໍ-ແລັສເຕ ໃນອະນາຄົດ (ຝ່າຍ ຕີມໍ-ແລັສເຕ ໄດ້ສ້າງຕັ້ງສໍານັກງານສະຖານທູດຂອງຕົນ ຢູ່ ສປປ ລາວ ໃນວັນທີ 16 ມິຖຸນາ 2014). ໃນນາມປະທານອາຊຽນ 2024, ສປປ ລາວ ຈະສືບຕໍ່ສະໜັບສະໜູນ ຕີມໍ-ແລັສເຕ ໃນການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ແລະ ຖືເປັນໜຶ່ງໃນບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ.
ໃນຂະນະດຽວກັນ, ທ່ານ ເກ ຣາລາ ຊານານາ ກຸສເມົາ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ຕໍ່ການຕ້ອນຮັບອັນອົບອຸ່ນ, ລັດຖະບານຕີມໍ-ແລັສເຕ ສະແດງຄວາມໝາຍໝັ້ນຈະສືບຕໍ່ເພີ່ມທະວີການຮ່ວມມືກັບຝ່າຍລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ຕີມໍ-ແລັສເຕ ໃນການເຂົ້າເປັນປະເທດສະມາຊິກອາຊຽນ ໃນປີ 2025 ທີ່ຈະມາເຖິງນີ້ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດລາວ ແລະ ຕີມໍ-ແລັສເຕ ຈົ່ງສືບຕໍ່ໄດ້ຮັບການພັດທະນາຂຶ້ນສູ່ລະດັບໃໝ່ໃນອະນາຄົດ.
(ຂ່າວ: ວັນເພັງ, ພາບ: ສຳນານ)