ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ, ໃນວັນທີ 8 ຕຸລານີ້, ທີ່ ທໍານຽບປະທານປະເທດ ແຫ່ງສປປ ລາວ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2024.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ຊຶ່ງໄດ້ຢືນຢັນຮ່ວມກັນທີ່ຈະພ້ອມກັນຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ສອງລັດຖະບານ ເພື່ອເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ໃຫ້ເຊື່ອມຈອດກັນທາງດ້ານເສດຖະກິດ, ການເງິນ, ກົດໝາຍ, ພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານ, ໄຟຟ້າ, ໂທລະຄົມ ແລະ ການທ່ອງທ່ຽວ. ພ້ອມນີ້, ສະຫາຍທອງລຸນ ສີສຸລິດ ກໍໄດ້ຕາງໜ້າພັກ, ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ, ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ ສປປ ລາວ ໂດຍສະເພາະການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານຊ່ຽວຊານ, ທຶນຮອນ ແລະ ອຸປະກອນຮັບໃຊ້ຕ່າງໆ ເພື່ອໃຫ້ ສປປ ລາວ ເຮັດສໍາເລັດໜ້າທີ່ການເປັນປະທານໝູນວຽນອາຊຽນ, ໄອປາ ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ ໃນປີ 2024 ໃນຄັ້ງນີ້ ກໍຄື ການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນລາວ ທີ່ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນໄລຍະຜ່ານມາ.
ສອງຝ່າຍໄດ້ຢືນຢັນຈະຮ່ວມກັນຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ໃນຂະນະດຽວກັນ, ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ໃຫ້ເປັນຮູບປະທໍາ. ພ້ອມນີ້, ກໍໄດ້ອວຍພອນໃຫ້ການເປັນເຈົ້າພາບ ແລະ ປະທານໝູນວຽນອາຊຽນ ປີ 2024 ຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ.
(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)