ໃນວັນທີ 8 ຕຸລາ 2024, ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ ສປປ ລາວ ຄັ້ງນີ້, ເຊິ່ງຈະເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ ແລະ ທັງເປັນການຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດໃຫ້ມີຄວາມເຂັ້ມແຂງ ແລະ ມີຜົນສໍາເລັດເປັນກ້າວໆ.

ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືດ້ານການເມືອງ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ ແລະ ການທ່ອງທ່ຽວ, ດ້ານການເງິນ, ພະລັງງານ, ຄົມມະນາຄົມ ແລະ ຂົນສົ່ງ, ການສຶກສາ ແລະ ວຽກງານຊາຍແດນ. ສອງຝ່າຍໄດ້ຕີລາຄາສູງ ແລະ ມີຄວາມເພິ່ງພໍໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ດີ ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກກວ່າເກົ່າ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຮ່ວມກັນ ກໍຄື ການສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດຂອງສອງປະເທດ ໃຫ້ສາມາດແລກປ່ຽນບົດຮຽນ ແລະ ເຮັດທຸລະກິດຮ່ວມກັນ.

ໃນໂອກາດດຽວກັນ, ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ຄະນະຜູ້ແທນຂັ້ນສູງຂອງ ຣາຊະອານາຈັກ ກໍາປູເຈຍ ໃນການເຂົ້າຮ່ວມກອງປະຊຸມສຸດອາຊຽນຄັ້ງນີ້, ພ້ອມທັງໄດ້ອວຍພອນໃຫ້ ສປປ ລາວ ປະສົບຜົນສໍາເລັດ ໃນການເປັນເຈົ້າພາບອາຊຽນ ປີ 2024 ຢ່າງຈົບງາມ. ນອກນີ້, ກໍໄດ້ເຊື້ອເຊີນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ, ເຊິ່ງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ.

ຂ່າວ: ວັນເພັງ, ພາບ: ສຳນານ