ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44  ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ເປີດຂຶ້ນໃນວັນທີ 9 ຕຸລານີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຂັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາປະມຸກລັດ,​ ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັສເຕ ພ້ອມດ້ວຍຄູ່ສົມລົດ, ບັນດາລັດຖະມົນຕີ ແລະ ເຈົ້າໜ້າອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ,  ລັດຖະມົນຕີຕ່າງປະເທດ ແລະ ເຈົ້າໜ້າທີ່ອາວຸໂສຕີມໍແລັສເຕ, ເລຂາທິການໃຫຍ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
      ໃນພິທີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ ປະເທດສະມາຊິກອາຊຽນ ແລະ ຕີມໍແລັສເຕ ແລະ ບັນດາຄະນະຜູ້ແທນສູ່ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອາຊຽນຕະຫຼອດໄລຍະ 57 ປີ ຜ່ານມາ ໂດຍສະເພາະໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການປະກອບສ່ວນອັນສໍາຄັນໃນພາລະກິດ ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ. ຜົນສໍາເລັດທີ່ກ່າວມານັ້ນ ເປັນການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນຕະຫຼອດດມາ.
 ທ່ານ ປະທານປະເທດ ໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ເຈລະຈາ, ບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງຕໍ່ເນື່ອງແກ່ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ ກໍຄື ການເປັນປະທານອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະການເປັນປະທານອາຊຽນຄັ້ງທີ 3 ໃນປີ 2024 ນີ້ ແລະ ໄດ້ອວຍພອນໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນນາມປະທານອາຊຽນ  ກໍໄດ້ຢ້ຳເຖິງຄວາມສຳຄັນຂອງການເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ໄດ້ໃຫ້ກຽດມອບລາງວັນອາຊຽນໃຫ້ແກ່ອົງການຊາວໜຸ່ມອາຊຽນ (ASEAN Youth Organization), ຊຶ່ງເປັນອົງການຊາວໜຸ່ມພາກພື້ນທີ່ມີໜ່ວຍງານຕັ້ງຢູ່ປະເທດອິນໂດເນເຊຍ, ຊື່ງໄດ້ມີຜົນງານໃນການປະກອບສ່ວນສົ່ງເສີມການຮ່ວມມືທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງບັນດາຊາວໜຸ່ມອາຊຽນ ແລະ ເສີມຂະຫຍາຍຄວາມເປັນເອກະລັກຂອງອາຊຽນໃຫ້ແກ່ຊາວໜຸ່ມພາກພື້ນ.​
ສປປ ລາວ ເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເປັນເຫດການທີ່ມີຄວາມໝາຍສຳຄັນ ແລະ ໃຫຍ່ທີ່ສຸດໃນປີ 2024, ຊຶ່ງກອງປະຊຸມສຸດຍອດຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 9-11 ຕຸລາ 2024.