ສປປ ລາວ ຍິນດີຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ເຊິ່ງພິທີເປີດຢ່າງເປັນທາງການ ມີຂຶ້ນໃນຕອນເຊົ້າຂອງ ວັນທີ 9 ຕຸລານີ້, ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມ ພ້ອມດ້ວຍພັນລະຍາ ໄດ້ມາຢືນສຳພັດມືກັບບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ, ແຂກສຳຄັນທີ່ມາເຂົ້າຮ່ວມກອງປະຊຸມຄັ້ງນີ້.
ກ່ອນພິທີທາງການຈະເລີ່ມຂື້ນ ໄດ້ມີການບັນເລັງເພັງອາຊຽນ, ຫຼັງຈາກນັ້ນ ໄດ້ມີການສະແດງສິນລະປະ ສອງລາຍການ ຈາກຄະນະນັກສະແດງສິນລະປະລາວ, ຊຶ່ງລາຍການສະແດງໄດ້ສ່ອງແສງໃຫ້ເຫັນເຖິງຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວ ເພື່ອໃຫ້ຄະນະຜູ້ແທນໄດ້ເຫັນເຖິງຄວາມງົດງາມຂອງປະເພນີລາວ ທີ່ມີມາແຕ່ດົນນານ, ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໃນນາມປະທານກອງປະຊຸມອາຊຽນຄັ້ງທີ 44-45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ.
ໃນພິທີອັນມີກຽດ ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງບາງຕອນສຳຄັນວ່າ: ສປປ ລາວ ໄດ້ສືບຕໍ່ດໍາເນີນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ. ອາຊຽນ ເປັນພາກສ່ວນທີ່ສໍາຄັນ ຂອງນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ. ນັບຕັ້ງແຕ່ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ເປັນຕົ້ນມາ, ສປປ ລາວ ໄດ້ມີ ຄວາມພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືພາຍໃນອາຊຽນ ກໍຄື ລະຫວ່າງ ອາຊຽນກັບພາຍນອກ ແລະ ໄດ້ອອກແຮງປະຕິບັດພັນທະຂອງຕົນຢ່າງມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດລວມ ຂອງຄອບຄົວອາຊຽນ, ສປປ ລາວ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ເປັນສະມາຊິກຂອງຄອບຄົວ ອາຊຽນ. ຜົນສໍາເລັດຂອງອາຊຽນ ລວມທັງ ການພົວພັນ ແລະ ຮ່ວມມືກັບພາຍນອກ ຂອງ ອາຊຽນ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕໍ່ບັນດາປະເທດສະມາຊິກ ອາຊຽນ, ບັນດາຄູ່ເຈລະຈາ, ບັນດາຄູ່ຮ່ວມມືພາຍນອກຂອງ ອາຊຽນ ແລະ ກອງ ເລຂາອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ ກໍຄື ການເປັນປະທານອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະການເປັນປະທານອາຊຽນ ເປັນເທື່ອທີ 3 ໃນປີ 2024 ນີ້ ພາຍໃຕ້ຄໍາຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ. ຂໍສະແດງຄວາມຂອບໃຈຕໍ່ບັນດາ ປະເທດອາຊຽນ ທີ່ໄດ້ສະໜັບສະໜູນ ແລະ ຮັບຮອງເອົາຄໍາຂວັນດັ່ງກ່າວນີ້ ທີ່ເຫັນ ວ່າສອດຄ່ອງກັບຈຸດປະສົງເປົ້າໝາຍລວມ ຂອງ ອາຊຽນ ເພື່ອເພີ່ມທະວີການເຊື່ອມ ໂຍງເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງຂອງອາຊຽນ ທັງນີ້ກໍເຫັນວ່າສອດຄ່ອງ ກັບເປົ້າສະເພາະຂອງ ສປປ ລາວ ເພື່ອຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດ ເພື່ອເຊື່ອມໂຍງກັບກັບພາກພື້ນ ແລະ ສາກົນ.(ຂ່າວ-ພາບ: ສຳນານ)