ທ່ານດຣ.ແສງເພັດ ວັນວິໄລ ຫົວໜ້າພະແນກສຸກເສີນ ໂຮງໝໍມິດຕະພາບ(150ຕຽງ)ໄດ້ສຳພາດຕໍ່ສື່ມວນຊົນ ໃນໂອກາດຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ສປປ ລາວເປັນປະທານອາຊຽນປີ2024ນີ້ວ່າ:ຂ້າພະເຈົ້າໄດ້ຮັບການມອບໝາຍຈາກຄະນະພັກ,ຄະນະນຳຂອງໂຮງໝໍມິດຕະພາບພ້ອມດ້ວຍທີມງານແພດສຸກເສີນໄດ້ຮ່ວມກັບທີມງານແພດຈາກໂຮງໝໍເຊດຖາທິຣາດ,ໂຮງໝໍມະໂຫສົດໄດ້ມາຮັບໃຊ້ບໍລິການໃຫ້ແກ່ບັດດາທ່ານຜູ້ແທນຈາກປະເທດອາຊຽນທີ່ເດີນທາງມາຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ມີຄວາມພູມໃຈເປັນຢ່າງຍິ່ງທີ່ເຫັນວ່າລາວເຮົາໄດ້ຮັບກຽດເປັນເຈົ້າພາບ.
ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການໃນວັນທີ23 ກໍລະກົດ 1997ເປັນຕົ້ນມາໄດ້ປະກອບສ່ວນສຳຄັນຫຼາຍຢ່າງໃນການເປີດກວ້າງການພົວພັນແລະຍູ້ແຮງການຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືຫຼາຍຂຶ້ນ,ການເປັນປະທານອາຊຽນຂອງ ສປປ ລາວຍັງເປັນການປະກອບສ່ວນເພີ່ມທະວີຄວາມສາມັກຄີໃນປະເທດອາຊຽນ,ສະແດງໃຫ້ເຫັນບົດບາດອິດທິພົນຂອງສປປ ລາວໃນເວທີພາກພື້ນແລະສາກົນໃນການປະກອບສ່ວນຢ່າງຕັ້ງໜ້າ,ອີກເທື່ອໜຶ່ງຂ້າພະເຈົ້າຂໍຢືນຢັນຈະຮ່ວມມືກັບບັນດາທີມງານແພດໝໍທັງ3ໂຮງໝໍໃນການຮັບໃຊ້ບໍລິການໃຫ້ແກ່ທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນທີ່ລາວເປັນເຈົ້າພາບໃນຄັ້ງນີ້ຕະຫຼອດຮອດບັນດາທ່ານທີ່ຮັບໃຊ້ກອງປະຊຸມດັ່ງກ່າວ,ຂໍເຊີນຊວນປະຊາຊົນຊາວລາວກໍຄືປະຊາຊົນໃນນະຄອນຫຼວງວຽງຈັນຈົ່ງຮ່ວມເປັນເຈົ້າພາບທີ່ດີໃນການຕ້ອນຮັບແຂກຂອງຜູ້ແທນປະເທດອາຊຽນດ້ວຍໄມຕີຈິດມິດຕະພາບອັນດີງາມ,ອວຍພອນໃຫ້ຄະນະຜູ້ແທນຈົ່ງມີສຸຂະພາບເຂັ້ມແຂງມີພາລະນາໄມສົມບູນແລະອວຍພອນກອງປະຊຸມຈົ່ງປະສົບຜົນສຳເລັດຢ່າງສະຫງ່າງາມ.
ຂ່າວ:ພູວຽງຄຳ