ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 (ແບບຄົບຄະນະ) ແລະ ຄັ້ງທີ 45 (ແບບວົງແຄບ) ພາຍໃຕ້ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ຈັດຂຶ້ນໃນວັນທີ 9 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນຳປະເທດສະມາຊິກອາຊຽນ, ຜູ້ຕາງໜ້າທີ່ບໍ່ແມ່ນທາງການເມືອງຂອງມຽນມາ, ເລຂາທິການໃຫຍ່ອາຊຽນ, ມີນາຍົກລັດຖະມົນຕີ ຕີມໍແລັສເຕ ເຂົ້າຮ່ວມ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ໄດ້ທົບທວນຄືນບັນດາຜົນສຳເລັດການສ້າງປະຊາຄົມອາຊຽນ ກໍຄືການກໍານົດທິດທາງຂອງອາຊຽນໃນຕໍ່ໜ້າ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄືຄວາມຄືບໜ້າການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ທີ່ສຸມໃສ່ການເພີ່່ມທະວີການເຊື່ອມໂຍງ-ເຊື່ອມຈອດ ໃນຂົງເຂດເສດຖະກິດ, ສ້າງອະນາຄົດແບບທົ່ວເຖິງ ແລະ ຍືນຍົງ, ການຫັນປ່ຽນສູ່ຍຸກດີຈີຕອນ, ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແນໃສ່ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ; ສົ່ງເສີມຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ; ການສົ່ງເສີມດ້ານວັດທະນະທໍາ ແລະ ສິລະປະ; ການສົ່ງເສີມບົດບາດແມ່ຍິງ ແລະ ເດັກ; ການສົ່ງເສີມຄວາມເຂັ້ມແຂງດ້ານສາທາລະນະສຸກ. ທັງໝົດນີ້, ເພື່ອຮັບປະກັນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມຕໍ່ເນື່ອງ ແລະ ມີການເຊື່ອມໂຍງ-ເຊື່ອມຈອດກັນຫຼາຍຂຶ້ນ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບບັນດາສິ່ງທ້າທາຍ ແລະ ນໍາໃຊ້ກາລະໂອກາດຕ່າງໆ ໃນທ່າມກາງສະພາບພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດໃນພາກພື້ນ ແລະ ໃນໂລກ ມີການຜັນແປໄປຢ່າງສະຫຼັບສັບຊ້ອນ.
ຜູ້ນໍາອາຊຽນໄດ້ຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນດໍາເນີນງານສໍາລັບການເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັສເຕ ແລະ ຫວັງວ່າ ຕີມໍແລັສເຕ ຈະໄດ້ເຂົ້າເປັນສະມາຊິກສົມບູນຂອງຄອບຄົວອາຊຽນໃນເວລາອັນໃກ້ນີ້.
ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກ, ລວມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອເສີມຂະຫຍາຍການພັວພັນຮ່ວມມືກັບພາຍນອກບົນພື້ນຖານການຮ່ວມມືຕາມວິຖີທາງຂອງອາຊຽນ ແລະ ຍຶດໝັ້ນຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປໄປ ແນໃສ່ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ກໍຄືໃນໂລກ. ອັນພົ້ນເດັ່ນສໍາລັບການພົວພັນຮ່ວມມືລະຫວ່າງອາຊຽນກັບພາຍນອກ ໃນປີ 2024 ແມ່ນການສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ອົສຕຣາລີ ແລະ ການເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ສ ເກົາຫຼີ ຄົບຮອບ 35 ປີ. ພ້ອມດຽວກັນນີ້, ກອງປະຊຸມໄດ້ຍິນດີ ຕໍ່ກັບການຮັບເອົາເປຣູ ເປັນຄູ່ຮ່ວມພັດທະນາຂອງອາຊຽນ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 44, ປະທານທະນາຄານການລົງທຶນພື້ນຖານໂຄ່ງລ່າງອາຊີ (AIIB) ໃນຖານະເປັນແຂກຂອງປະທານ ກໍໄດ້ລາຍງານໃຫ້ບັນດາຜູ້ນໍາຊາບ ກ່ຽວກັບສະພາບການປັດຈຸບັນ ແລະ ທ່າອ່ຽງໂດຍລວມຂອງການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ ແລະ ຂອງໂລກໃນປັດຈຸບັນ, ລວມທັງການຮ່ວມມືກັບປະເທດສະມາຊິກອາຊຽນ ຊຶ່ງເປັນຂໍ້ມູນສຳຄັນສຳລັບອາຊຽນໃນການພິຈາລະນາທິດທາງໃນຕໍ່ໜ້າຂອງອາຊຽນ ແລະ ນະໂຍບາຍສຳລັບການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກອາຊຽນ.
ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສືບຕໍ່ເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 45 (ແບບວົງແຄບ) ຊຶ່ງກອງປະຊຸມໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະບັນດາສິ່ງທ້າທາຍເຊັ່ນ: ຂໍ້ຂັດແຍ່ງຕ່າງໆ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການປ່ຽນແປງດ້ານສະພາບດິນຟ້າອາກາດ, ໄພພິບັດທໍາມະຊາດ, ອາດຊະຍາກໍາຂ້າມຊາດ ແລະ ສະພາບການທີ່ພົ້ນເດັ່ນໃນພາກພື້ນທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບມຽນມາ. ກອງປະຊຸມ ສະແດງຄວາມຊົມເຊີຍ ສປປ ລາວ ໃນນາມປະທານອາຊຽນ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນ ສືບຕໍ່ຍຶດໝັ້ນຄວາມໝາຍໝັ້ນລວມຂອງອາຊຽນໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ. ໃນນີ້, ກອງປະຊຸມໄດ້ຮັບຮອງເອົາເອກະສານການທົບທວນ ແລະ ຄຳຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ.
ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ນີ້, ຜູ້ນຳອາຊຽນໄດ້ຮັບຮອງເອກະສານພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ ລວມທັງໝົດ 56 ສະບັບ ເພື່ອເປັນພື້ນຖານສຳລັບການເສີມສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງໃນຕໍ່ໜ້າ.
(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)