ໃນວັນທີ 9 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ຮ່ວມກັນຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການຕາມການເຊື້ອເຊີນຂອງຝ່າຍລາວ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນລະຫວ່າງວັນທີ 8 -11 ຕຸລາ 2024.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງທີ່ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກໍາປູເຈຍ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້. ຂະນະດຽວກັນ, ສອງນາຍົກ ລັດຖະມົນຕີ ຫວຽດນາມ ແລະ ກໍາປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ທັງຢືນຢັນຄືນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນຢ່າງເຕັມທີ່ແກ່ ສປປ ລາວ ຈົນສໍາເລັດການເປັນປະທານອາຊຽນຢ່າງຈົບງາມ.
ພ້ອມດຽວກັນນີ້, ທັງສາມຝ່າຍ ໄດ້ຕີລາຄາສູງຕໍ່ກົນໄກການພົບປະສາມຝ່າຍດັ່ງກ່າວ ໂດຍເປັນການພົບປະທີ່ຈັດຂຶ້ນຢ່າງເປັນປົກກະຕິຂອງ ລາວ-ຫວຽດນາມ-ກໍາປູເຈຍ ໃນໄລຍະການນໍາຂັ້ນສູງຂອງທັງສາມປະເທດເຂົ້າຮ່ວມກອງປະຊຸມໃນເວທີພາກພື້ນ ແລະ ສາກົນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມຮັກແພງ ທັງເປັນການສະແດງໃຫ້ສາກົນຮັບຮູ້ເຖິງມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຖານສະຫາຍອ້າຍນ້ອງທີ່ມີມາແຕ່ດົນນານຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍກົນໄກດັ່ງກ່າວ ກໍຄືການພົວພັນຮ່ວມມືອັນດີງາມທີ່ເປັນມູນເຊື້ອຂອງສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ກາຍເປັນມໍລະດົກອັນລໍ້າຄ່າໃຫ້ແກ່ປະຊາຊົນສາມຊາດເພື່ອຜົນປະໂຫຍດຮ່ວມກັນ ທັງຈະເປັນການປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ສາກົນ. ພ້ອມນີ້, ສາມຝ່າຍໄດ້ປຶກສາຫາລື ແລະ ເຫັນດີຮ່ວມກັນໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມເຖິງການສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອຳນວຍໃຫ້ແກ່ການພັດທະນາພາຍໃນຂອງແຕ່ລະປະເທດ ເພື່ອກ້າວໄປເຖິງການເຊື່ອມໂຍງພື້ນຖານເສດຖະກິດຂອງສາມປະເທດ ໂດຍສະເພາະແມ່ນການເຊື່ອມໂຍງທາງດ້ານຄົມມະນາຄົມ, ການເຊື່ອມໂຍງດ້ານພະລັງງານ ແລະ ອື່ນໆ; ຊຸກຍູ້ການສ້າງເສັ້ນທາງເພື່ອເຊື່ອມຈອດລະຫວ່າງບັນດາແຂວງທ້ອງຖິ່ນທີ່ມີຊາຍແດນຕິດຈອດລະຫວ່າງສາມປະເທດ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ຊຶ່ງຈະເປັນການກະຕຸກຊຸກຍູ້ໃຫ້ມີການແລກປ່ຽນສິນຄ້າ, ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສາມປະເທດໃຫ້ຫຼາຍຂຶ້ນ ເພື່ອຊອກຫາວິທີການສ້າງເງື່ອນໄຂທີ່ອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດໃຫ້ມີການຊື້-ຂາຍ, ແລກປ່ຽນບົດ ຮຽນ ແລະ ຮ່ວມທຸລະກິດນຳກັນ ເພື່ອເພີ່ມມູນຄ່າການຄ້າສອງຝ່າຍໃນຕໍ່ໜ້າ. ພ້ອມດຽວກັນນີ້, ສາມຝ່າຍຍັງໄດ້ເຫັນດີສືບຕໍ່ໃຫ້ມີການແລກປ່ຽນຂໍ້ມູນຂ່າວສານກັນເປັນປົກກະຕິ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບການຮ່ວມມືພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນຂອບການຮ່ວມມືອາຊຽນ, ອົງການ ສປຊ, ຄະນະກໍາມະການແມ່ນໍ້າຂອງ (MRC), ຂອບການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ແລະ ຂອບການຮ່ວມມືອື່ນໆ. ນອກຈາກນີ້, ຍັງມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມືສອງຝ່າຍລະຫວ່າງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ຫວຽດນາມ.
ຂ່າວ: ພູວັນ + ພາບ:ສຸກສະຫວັນ