ໃນວັນທີ 9 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ແລະ ຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA ) ຊຶ່ງນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໃນນາມປະທານ ໄອປາ ຄັ້ງທີ 45.
ກອງປະຊຸມພົບປະດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຝ່າຍ ໄອປາ ຊາບ ກ່ຽວກັບ ສະພາບການຂອງອາຊຽນໃນປັດຈຸບັນ ໂດຍສະເພາະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສຳເລັດການຈັດຕັ້ງປະຕິບັດບັນດາຂົງເຂດບູລິມະສິດການເປັນປະທານອາຊຽນ ຂອງ ສປປ ລາວ ພາຍໃຕ້ຄໍາຂວັນ: “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເພື່ອແນໃສ່ເຮັດໃຫ້ພາກພື້ນມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອນຳໃຊ້ກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຕ່າງໆໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກ ທີ່ພວມຜັນແປຢ່າງໄວວາ ແລະ ສະຫຼັບສັບຊ້ອນ. ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ແຈ້ງ ໃຫ້ທາງ ໄອປາ ຊາບກ່ຽວກັບຄວາມຄືບຫນ້າຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ຊຶ່ງເປັນວິໄສທັດທີ່ກໍານົດທິດທາງຂອງອາຊຽນສຳລັບ 20 ປີຕໍ່ໜ້າ ແນໃສ່ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ.
ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ, ປະທານໄອປາ ຄັ້ງທີ 45 ກໍໄດ້ແຈ້ງຄວາມຄືບຫນ້າຂອງວຽກງານພາຍໃຕ້ຄວາມຮັບຜິດຊອບຂອງໄອປາ ໃຫ້ອາຊຽນຊາບ ແລະ ໄດ້ນຳສະເໜີ ຂໍ້ສະເໜີແນະຂອງໄອປາ ກ່ຽວກັບ ການສົ່ງເສີມການຮ່ວມມື ເພື່ອເຮັດໃຫ້ອາຊຽນມີການເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນ; ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ; ການພັດທະນາໂຄງລ່າງພື້ນຖານ ແລະ ສົ່ງເສີມການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ກໍຄືການຮັດແໜ້ນຄວາມເປັນແກນກາງອາຊຽນໃນການຮ່ວມມືກັບພາຍນອກ, ຊຶ່ງສອດຄ່ອງກັບບັນດາຂົງເຂດບູລິມະສິດຂອງອາຊຽນ ໃນປີ 2024 ທີ່ພວມໄດ້ຮັບການຈັດຕັ້ງປະຕິບັດ.
ພ້ອມນີ້, ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຊົມເຊີຍໄອປາ ຕໍ່ການປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ແລະ ຫວັງວ່າ ໄອປາ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ບັນດາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງນີ້ ກໍຄື ຄັ້ງຜ່ານມາ ແລະ ວິໄສທັດປະຊາຄົມອາຊຽນ 2045 ທີ່ຈະຖືກຮັບຮອງເອົາໃນປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
(ພາບ:ຕຸໄລເພັດ ຂ່າວ:ສຸກສະຫວັນ)