ໃນວັນທີ 9 ຕຸລາຜ່ານມາ ຢູ່ທີ່ສະໂມສອນກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫົວໜ້າກອງຮ້ອງ, ຮອງກອງຮ້ອຍ ແລະ ຂັ້ນຊ່ວຍວຽກຂະແໜງການ ຢູ່ກອງພັນໃຫຍ່ 202, ໂດຍການເປັນປະທານຂອງສະຫາຍ ພັນໂທ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນນ້ອຍ, ຂະແໜງການເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ພອນໄຊ ເພັງພານິດ ຫົວໜ້າຂະແໜງພະນັກງານ ພະແນກການເມືອງ ກອງພັນໃຫຍ່ 202 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງພົນທະຫານຮາບທີ 2 ວ່າດ້ວຍການແຕ່ງຕັ້ງຄະນະກອງຮ້ອຍຂຶ້ນກັບກອງພັນນ້ອຍ 413, ຄະນະກອງຮ້ອຍເອກະລາດ ແລະ ໝວດ ຢູ່ກອງພັນໃຫຍ່ 202 ໂດຍອີງ ຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ,ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ຂັ້ນກອງຮ້ອຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ. ໃນນັ້ນຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ວິຊຽນ ໄຊຍະລັດ ເປັນຫົວໜ້າການທະຫານ ກອງຮ້ອຍທີ 1, ສະຫາຍ ຮ້ອຍໂທ ສີພັນ ໄຊຍະວົງ ເປັນຮອງຫົວໜ້າການທະຫານ ກອງຮ້ອຍທີ 1 ກອງພັນນ້ອຍ 413, ສະຫາຍ ຮ້ອຍໂທ ຄຳມ່ວນ ອິນທະສົມ ເປັນຮອງກອງຮ້ອຍສື່ສານ ຮັບຜິດຊອບວຽກງານເຕັກນິກສື່ສານ, ສະຫາຍ ຮ້ອຍເອກ ຄຳໄຊ ແສງດາວ ເປັນຫົວໜ້າໝວດຂົນສົ່ງ ພະແນກພະລາທິການ, ສະຫາຍ ພັນຕີ ອຸດົມພອນ ແກ້ວອ່ອນຈັນ ຊ່ວຍວຽກຂະແໜງສັງລວມ ແລະ ສະຫາຍ ຮ້ອຍໂທ ຄຳເພັດ ໄຊຍະແສງ ຊ່ວຍວຽກຂະແໜງ ຊາວໜຸ່ນ ພະແນກການເມືອງ ແລະ ຂໍ້ຕົກລົງຂອງຫ້ອງພະລາທິການ ກອງພົນທີ 2 ວ່າດ້ວຍການມະນຸມັດໃຫ້ພະນັກງານ ອອກຈາກວິຊາສະເພາະ, ຊັບຊ້ອນມອບໝາຍໜ້າທີ່ໃໝ່ຈຳນວນໜື່ງຕື່ມອີກ
ໃນໂອກາດດັ່ງກ່າວ ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍໃຫ້ສູງຂຶ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບຫຼັກການວິທະຍາສາດ ບົ້ນພື້ນຖານຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ.
(ພາບ-ຂ່າວ : ຄຳຊາຍ ກວ່າງຄຸນສີ)