ໃນຕອນເຊົ້າວັນທີ 10 ຕຸລາ 2024, ທ່ານ ອິຊິບະ ຊິເງະຣຸ (H.E. Mr. ISHIBA Shigeru) ນາຍົກລັດຖະມົນຕີຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.
ທ່ານ ອິຊິບະ ຊິເງະຣຸ ແລະ ຄະນະຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ໃນລະຫວ່າງວັນທີ 10-11 ຕຸລາ 2024. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຍັງຈະໄດ້ພົບປະສອງຝ່າຍຢ່າງເປັນທາງການກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ຂໍ້ມູນ: ກົມການຂ່າວ, ກະຊວງການຕ່າງປະເທດ