ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27 ໄດ້ຈັດຂຶ້ນໃນວັນທີ 10 ຕູລານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ແລະ ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕເຂົ້າຮ່ວມໃນນາມຜູ້ສັງເກດການ.
ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອຜົນປະໂຫຍດລວມຂອງປະຊາຊົນໃນອາຊຽນ ແລະ ສປ ຈີນ ແລະ ໃນໂລກ. ບັນດາຜູ້ນໍາອາຊຽນ ແລະ ສປ ຈີນໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືອາຊຽນ-ຈີນ ໃນຕະຫຼອດໄລຍະ 33 ປີທີ່ຜ່ານມາ ທີ່ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ຊຶ່ງໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື. ກອງປະຊຸມໄດ້ເນັ້ນຢໍ້າເຖິງຄວາມສໍາຄັນໃນການຮ່ວມມືດ້ານເສດຖະກິດ, ນັບແຕ່ປີ 2008 ເປັນຕົ້ນມາ, ສປ ຈີນ ໄດ້ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງອາຊຽນ 15 ປີຕິດຕໍ່ກັນ ແລະ ອາຊຽນເອງກໍໄດ້ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງ ສປ ຈີນ 3 ປີຕິດຕໍ່ກັນ ນັບແຕ່ປີ 2020 ເປັນຕົ້ນມາ. ກອງປະຊຸມຄັ້ງນີ້, ຜູ້ນໍາອາຊຽນ-ຈີນ ໄດ້ຮ່ວມກັນປະກາດການຍົກລະດັບສັນຍາເຂດການຄ້າເສລີອາຊຽນ-ຈີນ 3.0 ທີ່ເປັນເອກະສານພື້ນຖານທີ່ສໍາຄັນໃນການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ອາຊຽນ-ຈີນ.
ໃນກອງປະຊຸມຄັ້ງນີ້, ຜູ້ນຳອາຊຽນ-ຈີນ ໄດ້ຮັບຮອງເອົາ 5 ເອກະສານຜົນຂອງກອງປະຊຸມສໍາຄັນດັ່ງນີ້:
1). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຕ້ານການສໍ້ໂກງດ້ານເຄືອຂ່າຍໂທລະຄົມ ແລະ ການພະນັນອອນລາຍ.
2). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ.
3). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການສົ່ງເສີມການພັດທະນາກະສິກໍາທັນສະໄໝ.
4). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮ່ວມມືເພື່ອອໍານວຍຄວາມສະດວກໃນການສ້າງລະບົບນິເວດດີຈີຕອນທີ່ກວມລວມ ແລະ ຍືນຍົງ.
5). ຖະແຫຼງການຮ່ວມ ວ່າດ້ວຍການສະຫຼຸບເນື້ອໃນສໍາຄັນຂອງການເຈລະຈາ ຍົກລະດັບສັນຍາການຄ້າເສລີ ອາຊຽນ-ຈີນ ສະບັບທີ 3.0.
ສປ ຈີນ ເປັນຄູ່ເຈລະຈາທີ່ສໍາຄັນໜຶ່ງ ແລະ ຫ້າວຫັນຂອງອາຊຽນ. ການພົວພັນອາຊຽນ-ຈີນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1991, ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2018 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2021.
ຂ່າວ: ພູວັນ, ພາບ: ຕຸໄລເພັດ