ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ຊາກ ມິແຊນ (Charles MICHEL), ປະທານສະພາເອີຣົບ ພ້ອມດ້ວຍຄະນະ ເມື່ອຕອນແລງຂອງວັນທີ 9 ຕຸລານີ້ ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດທີ່ ຄະນະຜູ້ແທນດັ່ງກ່າວເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 19, ຕາມການເຊື້ອເຊີນຂອງປະເທດເຈົ້າພາບ, ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-12 ຕຸລາ 2024, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ໃນການພົບປະຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຕາມການເຊື້ອເຊີນ, ຊຶ່ງເປັນການເດີນທາງຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ຂອງ ທ່ານ ປະທານສະພາເອີຣົບ ແລະ ຖືເປັນຂີດໝາຍອັນສໍາຄັນຍິ່ງແຫ່ງການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານ ລະຫວ່າງ ລາວ-ອີຢູ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 21 ພະຈິກ 1975 ແລະ ໃນປີ 2025 ທັງສອງຝ່າຍ ກໍຈະໄດ້ມີການສະເຫຼີມສະຫຼອງ ຄົບຮອບ 50 ປີຮ່ວມກັນ. ສອງຝ່າຍ ໄດ້ພ້ອມກັນຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ-ອີຢູ ໃນໄລຍະຜ່ານມາ ເຊິ່ງໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ມີການແລກປ່ຽນການຢ້ຽມຢາມນໍາກັນຢ່າງເປັນປົກກະຕິ ໃນຫຼາຍລະດັບ, ມີການຮ່ວມມືກັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການທ່ອງທ່ຽວ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ ຝ່າຍອີຢູ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ເຊິ່ງການຊ່ວຍເຫຼືອດັ່ງກກ່າວ ແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030.
ທ່ານ ປະທານສະພາເອີຣົບ ຊາກ ມິແຊນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍໍ່ການເຊື້ອເຊີນເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຊົມເຊີຍການເປັນປະທານອາຊຽນ ຂອງ ສປປ ລາວ. ພ້ອມດຽວກັນ, ກໍຢືນຢັນທີ່ຈະສືບຕໍ່ ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາ ເສດະກິດ-ສັງຄົມ ໂດຍສະເພາະໃນຂົງເຂດ ການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ-ການລົງທຶນ, ການເຕີບໂຕສີຂຽວ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ອວຍພອນໃຫ້ ກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ.
ນອກຈາກນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມືອາຊຽນ-ອີຢູ, ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຂ່າວ ແລະ ພາບ: ສຸກສະຫວັນ