ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນປະຈໍາປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ທີ່ລາວໄດ້ຮັບກຽດເປັນເຈົ້າພາບ ໄດ້ປິດລົງໃນວັນທີ 11 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍຫຼັງດໍາເນີນມາເປັນເວລາ 4 ວັນ, ຊຶ່ງມີການນໍາຂັ້ນສູງພັກ-ລັດ, ການນໍາຂັ້ນສູງຈາກບັນດາປະເທດອາຊຽນ ເເລະ ຄູ່ຮ່ວມມື, ບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ, ທຸຕານຸທູດ ແລະ ບັນດາຜູ້ນໍາທຸລະກິດຂອງລາວ, ອາຊຽນ, ພາກພື້ນອື່ນໆ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແມ່ນກອງປະຊຸມສຸດຍອດຂອງພາກທຸລະກິດອາຊຽນທີ່ໄດ້ຈັດຂຶ້ນທຸກໆ ປີ ຄວບຄູ່ກັບກອງປະຊຸມສຸດຍອດອາຊຽນຂອງພາກລັດຖະບານ ຊຶ່ງເປັນເວທີທີ່ສໍາຄັນເພື່ອແລກປ່ຽນຄໍາຄິດເຫັນໃນການຊອກຫາຊ່ອງທາງເພີ່ມທະວີການຮ່ວມມືດ້ານເສດຖະກິດໃນອາຊຽນ ແລະ ໃນໂລກ ກໍຄືການເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຈາກພາກລັດຖະບານ ແລະ ພາກທຸລະກິດ. ນອກຈາກນັ້ນຍັງມີກອງປະຊຸມປິ່ນອ້ອມຕ່າງໆທີ່ກ່ຽວຂ້ອງ ໂດຍມີນັກທຸລະກິດໃນຂົງເຂດພາກພື້ນອາຊຽນ ເເລະ ພາກພື້ນຕ່າງໆ ຫຼາຍກວ່າ 26 ປະເທດ 340 ບໍລິສັດ ເເລະ ມີເກືອບ 1.000 ຄົນເຂົ້າຮ່ວມ,
ຕະຫຼອດໄລຍະດໍາເນີນກອງປະຊຸມສຸດຍອດ ເເລະ ກອງປະຊຸມປິ່ນອ້ອມຕ່າງໆ ບັນດາຜູ້ເເທນໄດ້ພ້ອມກັນເເລກປ່ຽນບົດຮຽນ, ປະສົບການ ລວມເຖິງວິທີການຮັບມືກັບສະພາບເສດຖະກິດໃນປັດຈຸບັນຢ່າງກົງໄປກົງມາ ໂດຍສະເພາະການຮ່ວມມືຢ່າງເລິກເຊິ່ງລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອປະກອບສ່ວນເຂົ້າການພັດທະນາແບບຍືນຍົງ ກໍຄືການແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນທັງໃນປັດຈຸບັນ ແລະ ອະນາຄົດ, ຊຶ່ງການຮ່ວມມືລະຫວ່າງທັງສອງພາກສ່ວນຈະຊ່ວຍດຶງດູດເອົາການຄ້າ ແລະ ການລົງທຶນໃໝ່ເຂົ້າໃນການພັດທະນາດ້ານພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ການນໍາໃຊ້ພະລັງງານສະອາດ ແລະ ການເບິ່ງແຍງສຸຂະພາບ ແນໃສ່ເພື່ອສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ສາມາດຕ້ານທານ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ເປັນຕົ້ນບັນຫາເສດຖະກິດຖົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາທີ່ຍືນຍົງ ຊຶ່ງບໍ່ພຽງແຕ່ຈະເປັນການປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ ແລະ ຍັງເປັນການເປີດຕະຫຼາດໃໝ່ ແລະ ສ້າງໂອກາດໃໝ່ໃຫ້ແກ່ການພັດທະນານະວັດຕະກໍາໃໝ່ໆ ພ້ອມດຽວກັນນີ້ ກອງປະຊຸມໄດ້ເເຈ້ງໃຫ້ຊາບກ່ຽວກັບການດໍາເນີນນະໂຍບາຍການ ພັດທະນາເສດຖະກິດສະອາດ, ສີຂຽວ ແລະ ຍືນຍົງຂອງລາວ ໂດຍສະເພາະການລົງທຶນດ້ານພະລັງງານສະອາດຢູ່ລາວມີທ່າແຮງມະຫາສານ ໂດຍໃນປັດຈຸບັນ 97% ຂອງພະລັງງານທີ່ຜະລິດຢູ່ລາວ ລ້ວນແລ້ວແຕ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ ແລະ ພະລັງງານລົມ.
ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ເເລະ ອຸດສະຫະກໍາເເຫ່ງຊາດລາວ ທັງເປັນປະທານສະພາທີ່ປຶກສາທຸລະກິດອາຊຽນຂອງລາວ 2024 ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມ ໝາຍ ຄວາມສໍາຄັນຫຼາຍນອກຈາກປຶກສາຫາລືວຽກງານທີ່ກ່ຽວຂ້ອງຮ່ວມກັນເເລ້ວ ຍັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄ້າ ເເລະ ການລົງທຶນຮ່ວມກັນຈໍານວນ 2 ສະບັບ ສ່ວນຜົນປະໂຫຍດທີ່ລາວເຮົາຈະໄດ້ຮັບຈາກການຈັດກອງປະຊຸມຄັ້ງນີ້ ຈະເຮັດໃຫ້ລາວມີບົດບາດສູງເດັ່ນຂຶ້ນໃນຂົງເຂດອາຊຽນ ເເລະ ພາກພື້ນອື່ນໆ, ເປັນການເປີດໂອກາດໃຫ້ນັກລົງທຶນຕ່າງປະເທດມີໂອກາດມາຢ້ຽມລາວເພື່ອໃຫ້ເຂົາເຈົ້າເຫັນໄດ້ເຖິງສະພາບການພັດທະນາພື້ນຖານໂຄງລ່າງ, ເເນວທາງນະໂຍບາຍຂອງພັກ-ລັດ ໃນການອໍານວຍຄວາມສະດວກໃຫ້ນັກລົງທຶນຕ່າງປະເທດ. ນອກຈາກນີ້ຍັງຈະສາມາດດຶງດູດນັກລົງທຶນຕ່າງປະເທດໃຫ້ເຂົ້າມາລົງທຶນຢູ່ລາວນັບມື້ຫຼາຍຂຶ້ນ.
ທ່ານ ອຸເດດ ສຸວັນນະວົງ ໃຫ້ຮູ້ຕື່ມວ່າ: ສໍາລັບກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນປະຈໍາປີ 2025 ລາວເຮົາໄດ້ມອບທຸງໝູນວຽນໃຫ້ປະເທດມາເລເຊຍ ເປັນເຈົ້າພາບຕໍ່ຈາກລາວ ຊຶ່ງບັນດາຜູ້ເເທນຈະໄດ້ພ້ອມກັນທົບທວນຄືນໃນຫຼາຍບັນຫາສໍາຄັນທີ່ຕິດພັນກັບຂົງເຂດການດໍາເນີນທຸລະກິດ ລວມເຖິງໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມປະຈໍາປີ 2024 ເເລະ ວຽກງານສໍາຄັນອື່ນໆ.
ຂ່າວ-ພາບ : ເດດອາລຸນ + ພູເງິນ