ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອັນໂຕນີໂອ ກຸເຕເຣັສ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ (ສປຊ), ໃນວັນທີ 11 ຕຸລານີ້ ທີ່ທຳນຽບປະທານປະເທດ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົງການສະຫະປະຊາຊາດ ຄັ້ງທີ 14 ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ເລຂາທິການໃຫຍ່ອົງການ ສປຊ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງຖືເປັນເຫດການສໍາຄັນອີກຄັ້ງ ນັບຕັ້ງແຕ່ ທ່ານ ອັນໂຕນີໂອ ກຸເຕເຣັສ ໄດ້ເດີນທາງມາ ສປປ ລາວ ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2016 ແລະ ໄດ້ຕີລາຄາສູງຕໍ່ບົດບາດທີ່ສໍາຄັນຂອງ ທ່ານ ອັນໂຕນີໂອ ກຸເຕເຣັສ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ກໍຄືການສະໜັບສະໜູນການພັດທະນາແບບຍືນຍົງໃນທົ່ວໂລກ. ພ້ອມກັນນັ້ນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງການສະຫະປະຊາຊາດ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໂດຍຜ່ານກົນໄກ ແລະ ຂອບການຮ່ວມມືຕ່າງໆ ລວມທັງຂະບວນການໂຕະມົນ ຊຶ່ງໄດ້ປະ ກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນລະດັບປະເທດ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ຂອງ ສປປ ລາວ ຄື: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ເພາະບັນຫາດັ່ງກ່າວເປັນອຸປະສັກສຳຄັນ ແລະ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການພັດທະນາ ຢູ່ ສປປ ລາວ ພ້ອມທັງໄດ້ສະເໜີໃຫ້ອົງການ ສປຊ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ເພື່ອໃຫ້ສາມາດນຳພາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ໃນອະນາຄົດ.
ໃນໂອກາດດຽວກັນນີ້, ທ່ານ ອັນໂຕນີໂອ ກຸເຕເຣັສ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ທອງລຸນ ສີສຸລິດ ໃນຄັ້ງນີ້ ພ້ອມທັງໄດ້ຊົມເຊີຍຕໍ່ກັບການເປັນປະທານອາຊຽນຂອງ ສປປ ລາວ ກໍຄືການຈັດກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້ ຊຶ່ງເຫັນວ່າອາຊຽນ ເປັນພາກພື້ນທີ່ມີຄວາມເປັນເອກະພາບ ມີບົດບາດສຳຄັນໃນການເສີມສ້າງສັນຕິພາບ ແລະ ການພັດທະນາ ແລະ ເປັນຕົວແບບໃຫ້ແກ່ພາກພື້ນຕ່າງໆ ໃນທ່າມກາງສະພາບຫຍຸ້ງຍາກໃນປັດຈຸບັນ. ນອກຈາກນັ້ນ, ທ່ານ ອັນໂຕນີໂອ ກຸເຕເຣັສ ຍັງໄດ້ຊົມເຊີຍ ສປປ ລາວ ສຳລັບຄວາມຄືບໜ້າໃນການພັດທະນາ ແລະ ເຫັນວ່າ ສປປ ລາວ ເປັນປະເທດທີ່ມີສັນຕິພາບ ແລະ ມີສະຖຽນລະພາບ ພ້ອມທັງສາມາດເປັນຕົວແບບແຫ່ງສັນຕິພາບ ໃຫ້ແກ່ປະເທດຕ່າງໆ. ໃນຕອນທ້າຍ, ທ່ານ ອັນໂຕນີໂອ ກຸເຕເຣັສ ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ຢ່າງເຕັມສ່ວນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຂອງປະເທດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ອັນໂຕນີໂອ ກຸເຕເຣັສ ເລຂາທິການໃຫຍ່ອົງການ ສປຊ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍຫຼັງສຳເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ-ອົງການສະຫະປະຊາຊາດ ຄັ້ງທີ 14 ເພື່ອແລກປ່ຽນຄໍາຄິດເຫັນກ່ຽວກັບຂອບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ລວມທັງການສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສໍານານ)