ໃນວັນທີ 11 ຕຸລານີ້ ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊາກ ມີແຊນ (H.E. Charles MICHEL) ປະທານສະພາມົນຕີເອີຣົບ (ອີຢູ) ໃນວັນທີ 11 ຕຸລານີ້ ທີ່ທໍານຽບປະທານປະເທດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ທີ່ ສປປ ລາວ ເປັນເຈົ້າພາບຢູ່ນະຄອນ ຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຂົ້າຮ່ວມກອງປະຊຸມ ແລະ ເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຊື່ງຈະເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງໃນປີ 2025 ນີ້ ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ອີຢູ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ອີຢູ ຕະຫຼອດໄລຍະຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ໂດຍມີການແລກປ່ຽນການຢ້ຽມຢາມນໍາກັນຢ່າງເປັນປົກກະຕິໃນຫຼາຍລະດັບ ແລະ ມີການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງ, ໄດ້ຮ່ວມມືກັນໃນຫຼາຍຂົງເຂດວຽກງານ. ນອກຈາກນັ້ນສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການຮ່ວມມືອາຊຽນ-ອີຢູ ແລະ ສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ທ່ານ ປະທານປະເທດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບແນວທາງນະໂຍບາຍຂອງ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ, ຊຶ່ງຊຸກຍູ້ໃຫ້ ອີຢູ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນວຽກງານດັ່ງກ່າວ. ພ້ອມດຽວກັນນີ້, ກໍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ອີຢູ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ໃນຂະນະດຽວກັນ, ທ່ານ ຊາກ ມີແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່ພ້ອມທັງໄດ້ຊົມເຊີຍການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງນີ້ ແລະ ອວຍພອນໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ຂໍ້ມູນ: ກົມການຂ່າວ ກະຊວງການຕ່າງປະເທດ, ຮູບ: ສຳນານ