ສປປ ລາວ ແລະ ສ ອິນເດຍ ໄດ້ຈັດພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາເລັນດຣາ ໂມດີ (H.E. Mr. Narendra Modi), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ, ຊຶ່ງປະກອບມີ:
1) ການຮ່ວມມືຂົງເຂດວຽກງານປ້ອງກັນຊາດ;
2) ສັນຍາ ວ່າດ້ວຍ ການຮ່ວມມືການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານວຽກງານພາສີ.
3) ການຮ່ວມມືການກະຈາຍສຽງ ແລະ ພາບ ລະຫວ່າງ ລາວ-ອິນເດຍ.
4) ໂຄງການປົກປັກຮັກສາມໍລະດົກການສະແດງລະຄອນ ພະລັກ-ພະລາມ, ແຂວງຫຼວງພະບາງ.
5) ໂຄງການບູລະນະສ້ອມແປງຫຼັງຄາວັດປ່າແຄ, ແຂວງຫຼວງພະບາງ.
6) ໂຄງການປົກປັກຮັກສາການສະແດງປະລັດຕື້ ແລະ ການພັດທະນາບຸກຄະລາກອນລຸ້ນສືບທອດ ເພື່ອໃຫ້ສະມາຄົມປະລັດຕື້ມີຄວາມຍືນຍົງ, ບ້ານວັດທົ່ງ, ເມືອງ ຈໍາປາສັກ, ແຂວງຈໍາປາສັກ.
7) ໂຄງການກໍ່ສ້າງທາງຮ່ອມ ແລະ ຮ່ອງລະບາຍນໍ້າ ຢູ່ຮ່ອມ 5 ທີ່ ບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
ພິທີລົງນາມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໃນໄລຍະກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 8-11 ຕຸລາ 2024. ກ່ອນພິທີລົງນາມ, ສອງນາຍົກລັດຖະມົນຕີ ລາວ-ອິນເດຍ ໄດ້ພົບປະສອງຝ່າຍ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ໃນໂອກາດນີ້, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ໃນຕະຫຼອດ 68 ປີ ແຫ່ງການພົວພັວຮ່ວມມືຂອງສອງປະເທດ ຍັງສືບຕໍ່ຮັກສາໄວ້ມິດຕະພາບ, ມູນເຊື້ອອັນດີງາມ ທີ່ມີຮີດຄອງປະເພນີ ແລະ ວັດທະນະທໍາຄ້າຍຄຽງກັນ, ປະຊາຊົນສອງຊາດມີການໄປມາຫາສູ່ກັນ, ມີການພົບປະຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງມີການຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນຂົງເຂດພາກພື້ນ ແລະ ສາກົນ. ສອງຝ່າຍເປັນເອກະພາບຈະສືບຕໍ່ຊຸກຍູ້ ແລະ ລົງເລິກການຮ່ວມມືບາງດ້ານໃນຕໍ່ໜ້າ ໂດຍສະເພາະການຮ່ວມມືດ້ານພະລັງງານແສງຕາເວັນ, ການຊຸກຍູ້ນັກທຸລະກິດອິນເດຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂົງເຂດທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ ດ້ານພະລັງງານສະອາດ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ວັດທະນະທໍາ ແລະ ການທ່ອງທ່ຽວແບບທໍາມະຊາດ ແລະ ຂົງເຂດອື່ນໆ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບການຮ່ວມມື ອາຊຽນ-ອິນເດຍ ແລະ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນາເລັນດຣາ ໂມດີ ທີ່ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສ ອິນເດຍ ອີກສະໄຫມໜຶ່ງ, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະບັນດາໂຄງການຊ່ວຍເຫຼືອເພື່ອການພັດທະນາ ແລະ ເສດຖະກິດຂອງອິນເດຍ (The Indian Development and Economic Assistance Scheme (IDEAS)), ໂຄງການເຫັນຜົນໄວ (Quick Impact Project) ພາຍໃຕ້ຂອບແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ການຊ່ວຍເຫຼືອທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ, ການຊ່ວຍເຫຼືອວຽກງານບູລະນະບູຮານສະຖານຂອງ ສປປ ລາວ ແລະ ການຊ່ວຍເຫຼືອເຄື່ອງບັນເທົາທຸກສຸກເສີນໄພນໍ້າຖ້ວມ ແກ່ ສປປ ລາວ.
ໃນຂະນະດຽວກັນ, ທ່ານ ນາເລັນດຣາ ໂມດີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນວ່າ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.
ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ