ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ (ສປຊ) ຄັ້ງທີ 14 ໄດ້ຈັັດຂຶ້ນໃນວັນທີ 11 ຕຸລານີ້, ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ, ມີທ່ານ ແອນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ນາຍົກລັດຖະມົນຕີຂອງ ຕີມໍແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ກອງປະຊຸມ ໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຜັນຂະຫຍາຍການເປັນຄູ່ຮ່ວມມມືຮອບດ້ານ ລະຫວ່າງອາຊຽນ ແລະ ສປຊ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ສປຊ ໃນຕະຫຼອດໄລຍະ 47 ປີຜ່ານມາ ຊຶ່ງການຮ່ວມມືດັ່ງກ່າວ ໄດ້ຮັບການເສີມຂະຫຍາຍກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ອັນສຳຄັນ, ກອງປະຊຸມ ໄດ້ຢໍ້າເຖິງຄວາມສຳຄັນໃນການຊຸກຍູ້ຄວາມພະຍາຍາມເພື່ອສົ່ງເສີມການເຊື່ອມສານ ລະຫວ່າງວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງ, ອັນໄດ້ສະທ້ອນໃຫ້ເຫັນຄວາມໝາຍໝັ້ນໃນການສືບຕໍ່ຮັດແໜ້ນການຮ່ວມມືອາຊຽນ-ສປຊ ໃຫ້ເລິກເຊິ່ງຍິ່ງຂຶ້ນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ກໍຄືການຍຶດໝັ້ນໃນກົນໄກການຮ່ວມມືຫຼາຍຝ່າຍ.
ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ສປປ ລາວ ໄດ້ຊຸກຍູ້ໃຫ້ລິເລີ່ມຂະບວນການຮ່າງແຜນປະຕິບັດງານ ອາຊຽນ-ສປຊ ສະບັບໃໝ່ ສໍາລັບສົກປີ 2026-2030 ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມມືຮອບດ້ານອາຊຽນ-ສປຊ ແລະ ສະໜັບສະໜູນການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ທີ່ຈະຖືກຮັບຮອງໃນປີ 2025.
ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະ ກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ທີ່ໄດ້ຈັດຂຶ້ນ ທີ່ ນິວຢອກ ໃນເດືອນກັນຍາ 2024 ທີ່ຜ່ານມາ.
ສປຊ ເປັນຄູ່ຮ່ວມມືທີ່ສຳຄັນຂອງອາຊຽນ ທີ່ມີການຮ່ວມມືອັນຍາວນານ. ການພົວພັນຮ່ວມມືອາຊຽນ-ສປຊ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1977 ແລະ ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນປີ 2011.
(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)