ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາເລັນດຣາ ໂມດີ (H.E. Narendra Modi), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ໃນວັນທີ 11 ຕຸລານີ້ ທີ່ ທໍານຽບປະທານປະເທດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດອາຊຽນທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາເລັນດຣາ ໂມດີ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສ ອິນເດຍ ອີກໜຶ່ງສະໄໝ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມຄັ້ງນີ້, ເຊິ່ງເປັນສັນຍາລັກແຫ່ງມິດຕະພາບຄວາມກົມກຽວ ແລະ ຍາວນານຂອງສອງປະເທດ ລາວ-ອິນເດຍ ໃນຕະຫຼອດໄລຍະ 68 ປີຜ່ານມາ. ທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ອິນເດຍ, ເຊິ່ງສອງຝ່າຍໄດ້ຮ່ວມກັນເປັນສັກຂີພິຍານໃນການແລກປ່ຽນສັນຍາເຖິງ 7 ສະບັບ, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ, ວຽກງານບູລະນະ ປະສະນິຍະສະຖານຂອງ ສປປ ລາວ, ໂຄງການຊ່ວຍເຫຼືອເພື່ອການພັດທະນາ ກໍຄື ການຊ່ວຍເຫຼືອເຄື່ອງບັນເທົາທຸກສຸກເສີນໄພນໍ້າຖ້ວມແກ່ ສປປ ລາວ.
ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ທ່ານ ນາງ ດຣໍປາດີ ມູມູ, ປະທານາທິບໍດີ ແຫ່ງ ສ ອິນເດຍ ແລະ ໄດ້ເຊື້ອເຊີນມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.
ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ນາເລັນດຣາ ໂມດີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ອິນເດຍ-ລາວ.
ຂ່າວ: ກະຊວງການຕ່າງປະເທດ, ພາບ: ຕຸໄລເພັດ