ໃນວັນ​ທີ 11 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ​ ສອນໄຊ ສີພັນດອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ​​ກອງປະຊຸມບັນດາຜູ້ນຳຂອງປະຊາຄົມອາຊີ ເພຶື່ອຫຼຸດຜ່ອນການ​ປ່ອຍ ອາຍພິດໃຫ້ເຫຼືອສູນ ຫຼື (ອາແຊັກ) ຄັ້ງທີ 2 ໂດຍການເປັນປະທານຂອງ ທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ເຊິ່ງມີບັນດາຜູ້ນໍາ ແລະ ຄະນະຜູ້ແທນຈາກບັນດາປະເທດສະມາຊິກ ອາແຊັກ ຄື: ອົດສະຕຣາລີ, ບຣູໄນ, ກໍປູເຈຍ, ອິນໂດເນເຊຍ, ຍີ່ປຸ່ນ, ສປປ ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.
ກອງ​ປະ​ຊຸມບັນດາ​ຜູ້​ນຳ​ປະ​ຊາ​ຄົມອາ​ຊີ​ ເພື່ອການຫຼຸດຜ່ອນ ການ​ປ່ອຍອາຍພິດໃຫ້ເຫຼືອສູນ​ຄັ້ງນີ້ ໄດ້ຕີລາຄາສູງຕໍ່ການສ້າງ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ພະລັງງານສະອາດ​ໂດຍ​ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ການ​ພັດທະນາ​ເຂດ​ອຸດສາຫະກຳ​ການ​ປ່ອຍ​ອາຍ​ພິດ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ, ອົງການຈັດຕັ້ງສາກົນ ເພື່ອສືບຕໍ່ປະກອບສ່ວນໃນການຫັນປ່ຽນໃຫ້ເປັນພະລັງງານສະອາດ ເປັນມິດຕໍ່ສະພາບແວດລ້ອມໃນອະນາຄົດທີ່ຍືນຍົງ.
ສໍາລັບ ສປປ ລາວ ແມ່ນໄດ້ມີນະໂຍບາຍດ້ານພະລັງງານ ໂດຍໄດ້ກໍານົດເອົາການຫັນໄປສູ່ການຜະລິດພະລັງງານໄຟຟ້າດ້ວຍພະລັງງານທົດແທນ ເປັນບູລິມະສິດ ເພື່ອການພັດທະນາພະລັງງານຢ່າງມີປະສິດທິພາບ ແລະ ຮັບປະກັນການສະໜອງໄຟຟ້າໃຫ້ພຽງພໍ ຄຽງຄູ່ກັບການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະ ການຫຼຸດຜ່ອນອາຍກາກບອນຈາກພະລັງງານຖ່ານຫິນ ແລະ ນ້ຳມັນເຊື້ອໄຟ.
ກອງປະຊຸມ ໄດ້ຮ່ວມກັນຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາ ອາແຊັກ ເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ, ເຊິ່ງເປັນແຜນປະຕິບັດງານສໍາລັບທົດສະຫວັດຂ້າງໜ້າ.
ຂໍ້ມູນ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ