ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ອັນວາ ອິບຣາຮິມ (H.E. Anwar Ibrahim), ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມຄະນະ ໃນວັນທີ 11 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດອາຊຽນທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 5 ທົດສະວັດຜ່ານມາ, ເຊິ່ງເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ແລະ ປະຊາຊົນສອງຊາດ ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ, ພ້ອມທັງໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ ທີ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຊຸມປີຜ່ານມາ, ຊຶ່ງການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ປະກອບມີ 46 ໂຄງການ ລວມມູນຄ່າ 942 ລ້ານໂດລາ ໃນຂະແໜງພະລັງງານ, ອຸດສາຫະກໍາປຸງແຕ່ງໄມ້, ການກໍ່ສ້າງ, ການທະນາຄານ, ການບໍລິການໂຮງແຮມ ແລະ ບໍ່ແຮ່, ເຊິ່ງຖືກຈັດເປັນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມມືໃນຂະແໜງພະລັງງານໄຟຟ້າ ເພື່ອເຮັດໃຫ້ການເຊື່ອມໂຍງອາຊຽນດ້ານພະລັງງານ (ASEAN Power Grid) ເປັນຮູບປະທໍາໂດຍໄວ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະ ໃນຂະແໜງການພັດທະນາຊັບພະຍາກອນມະນຸດ ກໍຄື ການສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້, ພ້ອມທັງໄດ້ຢືນຢັນວ່າ ຈະໃຫ້ການສະໜັບສະໜູນ ແລະ ແລກປ່ຽນບົດຮຽນ ເພື່ອເຮັດໃຫ້ການເປັນປະທານອາຊຽນ ປີ 2025 ຂອງ ມາເລເຊຍ ປະສົບຜົນສໍາເລັດຢ່າງຈົບງາມ.
ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນວ່າຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.
ຂໍ້ມູນ+ພາບ: ກະຊວງການຕ່າງປະເທດ
 
.......