ໃນວັນທີ 10 ຕຸລາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ພົບປະສອງຝ່າຍກັບທ່ານ ຈັສຕິນ ທຣູໂດ (Justin Trudeau) ນາຍົກລັດຖະມົນຕີແຫ່ງການາດາ ໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ການາດາ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ແລະ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບກັບທ່ານ ຈັສຕິນ ທຣູໂດ ໃນຄັ້ງນີ້ຖືເປັນການພົບປະຄັ້ງທຳອິດ ຊຶ່ງເປັນຂີດໝາຍສຳຄັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ການາດາ ພາຍຫຼັງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ຄົບຮອບ 50 ປີ ແລະ ສະແດງຄວາມຍິນດີໃນໂອກາດ ສປປ ລາວ ໄດ້ຮັບຖານະເປັນປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ສົກປີ 2024-2027.
ໂອກາດດຽວກັນນີ້, ທ່ານ ຈັສຕິນ ທຣູໂດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ສປປ ລາວ, ຊົມເຊີຍການເປັນປະທານອາຊຽນຂອງ ສປປ ລາວ, ຕີລາຄາສູງການພົວພັນຮ່ວມມືອັນດີລະຫວ່າງການາດາ-ລາວ ພ້ອມທັງຢືນຢັນຄວາມໝາຍໝັ້ນຂອງການາດາທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມດຽວກັນນີ້, ທ່ານນາຍົກ ການາດາ ຍັງໄດ້ແຈ້ງໃຫ້ຊາບວ່າ ໃນໂອກາດ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ການາດາ, ການາດາຈະເປີດສະຖານເອກອັກຄະລັດຖະທູດການາດາປະຈໍາ ສປປ ລາວ ແນໃສ່ເພື່ອເສີມຂະຫຍາຍສາຍພົວພັນລະຫວ່າງພາກປະຊາຊົນກັບປະຊາຊົນ ແລະ ສົ່ງເສີມການຮ່ວມມືດ້ານການຄ້າ-ການລົງທຶນຂອງສອງປະເທດ ກໍຄືການຄ້າເສລີໃນອາຊຽນ. ທ່ານ ຈັສຕິນ ທຣູໂດ ຍັງໄດ້ແຈ້ງວ່າ ການາດາໄດ້ໃຫ້ຄວາມສໍາຄັນຕໍ່ບັນຫາສິ່ງແວດລ້ອມ ໂດຍໄດ້ລົງທຶນສະໜັບສະໜູນມູນຄ່າຫຼາຍກວ່າ 60 ລ້ານໂດລາການາດາ ໃນຂົງເຂດວຽກງານດັ່ງກ່າວຜ່ານກອບແມ່ນ້ຳຂອງ ແລະ ຢືນຢັນສືບຕໍ່ຊຸກຍູ້ການຮ່ວມມືໃນຂະແໜງການທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ສປປ ລາວ ແລະ ການາດາ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ການາດາ ທີ່ຈະເປີດສະຖານເອກອັກຄະລັດຖະທູດການາດາປະຈໍາ ສປປ ລາວ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານການາດາທີ່ອໍານວຍຄວາມສະດວກແກ່ພົນລະເມືອງສັນຊາດລາວດຳລົງຊີວິດຢູ່ການາດາ.
ສປປ ລາວ ແລະ ການາດາ ໄດ້ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 15 ມິຖຸນາ 1974 ( 15 ມິຖຸນາ 1974 – 15 ມິຖຸນາ 2024). ການາດາໄດ້ເປີດຫ້ອງການຕາງໜ້າການທູດການາດາທີ່ນະຄອນຫຼວງວຽງຈັນໃນເດືອນສິງຫາ 2015 ໂດຍມີລະດັບອຸປະທູດການາດາປະຈໍາຫ້ອງການ ຊຶ່ງຖືວ່າເປັນບາດກ້າວສຳຄັນໃນການຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງ ຕ່າງໆເຊັ່ນ: ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການສຶກສາລະຫວ່າງສອງປະເທດ.
ຂໍ້ມູນ: ກົມການຂ່າວ ກະຊວງການຕ່າງປະເທດ; ພາບ: ສຸກສະຫວັນ