ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຄລາວ ສະວັອບ (Klaus SCHWAB) ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານ ອົງການເວທີເສດຖະກິດໂລກ (WEF) ພ້ອມດ້ວຍຄະນະ, ໃນວັນທີ 11 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈຳປີ 2024 ແລະ ກອງປະຊຸມທີ່ປິ່ນອ້ອມອື່ນໆ ໃນໄລຍະວັນທີ 9-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.
ການຢ້ຽມຂໍ່ານັບໃນຄັ້ງນີ້, ມີຈຸດປະສົງ ເພື່ອເພີ່ມທະວີການຮ່ວມມື ເພື່ອສົ່ງເສີມການພັດທະນາເສດຖະກິດແບບຍືນຍົງ ແລະ ເພື່ອຮັດແໜ້ນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ WEF.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຄລາວ ສະວັອບ ແລະ ຄະນະຜູ້ແທນອົງການ WEF ແລະ ຕີລາຄາສູງຕໍ່ບົດບາດຂອງອົງການ WEF ໃນການສົ່ງເສີມການຮ່ວມມື ລະຫວ່າງ ພາກລັດ ແລະ ພາກເອກະຊົນ ແລະ ໄດ້ປະກອບສ່ວນເຂົ້າໃນການແນະນໍາ ແລະ ປຶກສາຫາລືກ່ຽວກັບ ວຽກງານໃນຂົງເຂດເສດຖະກິດ ຂອງພາກພື້ນ ກໍຄືທົ່ວໂລກ ລວມທັງ ສປປ ລາວ. ພ້ອມນັ້ນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຕີລາຄາ ເຖິງສະພາບເສດຖະກິດໂລກ ກໍຄືອາຊີ ທີ່ຍັງຢູ່ໃນສະພາວະບອບບາງເນື່ອງຈາກຜົນກະທົບຈາກບັນຫາຕ່າງໆທີ່ີເກີດຂຶ້ນໃນໂລກ ຊຶ່ງໄດ້ກາຍເປັນອຸປະສັກອັນໃຫຍ່ຫຼວງໃຫ້ແກ່ຫຼາຍປະເທດ ໃນຄວາມພະຍາຍາມຟື້ນຕົວຄືນ ໂດຍສະເພາະບັນດາປະເທດກໍາລັງພັດທະນາ ແລະ ປະເທດດ້ອຍພັດທະນາ.
ອົງການເວທີເສດຖະກິດໂລກ (WEF) ໄດ້ສ້າງຕັ້ງຂຶ້ິນໃນປີ 1971, ເປັນອົງການສາກົນອິດສະຫຼະທີ່ບໍ່ຫວັງຜົນກຳໄລຂອງສະວິດ ທີ່ມີຈຸດປະສົງເພື່ອປັບປຸງສະພາບຂອງໂລກ ໂດຍການມີສ່ວນຮ່ວມຂອງຜູ້ນຳທາງດ້ານທຸລະກິດ, ການເມືອງ, ສະຖາບັນ ແລະ ຜູ້ນຳທາງດ້ານສັງຄົມຕ່າງໆ ເພື່ອທີ່ຈະກຳນົດຮູບຮ່າງຂອງໂລກ, ພາກພື້ນ ແລະ ອຸດສາຫະກຳ.
ຂ່າວ: ວັນເພັງ, ພາບ: ຕຸໄລເພັດ