ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບທ່ານ ຊາວີເອ ເບັດແຕນລ໌ (Mr. Xavier Bettel) ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າສາກົນ, ລັດຖະມົນຕີກະຊວງຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາແຫ່ງ ຣາຊະອານາຈັກ ລຸກຊໍາບວກ ພ້ອມດ້ວຍຄະນະ ເມື່ອວັນທີ 10 ຕຸລາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີເຊັນສົນ ທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ.
ການພົບປະຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາເຂົ້າຮ່ວມກອງປະຊຸມຢູ່ ສປປ ລາວ ຄັ້ງນີ້, ຊຶ່ງເປັນການເດີນທາງມາ ສປປ ລາວ ຄັ້ງທີສອງໃນປີ 2024 ຂອງທ່ານ ຮອງນາຍົກລັດຖະມົນຕີລຸກຊໍາບວກ ທີ່ມີຄວາມໝາຍສໍາຄັນ ທັງເປັນການຢໍ້າຄືນໃຫ້ເຫັນເຖິງການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກລຸກຊໍາບວກໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ ໂດຍສະເພາະການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ການຮ່ວມມືເພື່ອການພັດທະນາໃນຂົງເຂດຕ່າງໆ ເປັນຕົ້ນການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ວຽກງານສົ່ງເສີມວິຊາຊີບ, ສາທາລະນະສຸກ ແລະ ອື່ນໆ. ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງສະພາບການພັດທະນາ-ເສດຖະກິດສັງຄົມຢູ່ ສປປ ລາວ ແລະ ການດໍາເນີນຍຸດທະສາດຫັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໄປເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ການເປັນປະທານອາຊຽນຂອງ ສປປ ລາວ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລຸກຊໍາບວກທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງອົງການ ສປຊ ໃນປີ 2030.
ສອງຝ່າຍໄດ້ມີການປຶກສາຫາລືແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານທີ່ມີຢູ່ແລ້ວໃຫ້ສໍາເລັດຜົນຕາມຄາດໝາຍ. ພ້ອມທັງແລກປ່ຽນຄຳຄິດຄຳເຫັນກ່ຽວກັບການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນໃນ ສປປ ລາວ.
ໂອກາດນີ້, ທ່ານ ຊາວີເອ ເບັດແຕນລ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຊົມເຊີຍການເປັນປະທານອາຊຽນປີ 2024 ຂອງ ສປປ ລາວ ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກລຸກຊຳບວກໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອການພັດທະນາຢູ່ ສປປ ລາວ ຕື່ມອີກໃນຕໍ່ໜ້າ. ນອກຈາກການປຶກສາຫາລືວຽກງານ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຂໍ້ມູນ: ກົມການຂ່າວ ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ