ໃນຕອນແລງຂອງວັນທີ 10 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ, ຊຶ່ງຕາງໜ້າຂອງລຸກຊໍາບວກ ລົງນາມໃນຄັ້ງນີ້ ແມ່ນ ທ່ານ ຊາວີເອ ເບັດແຕນລ໌ (Xavier Bettel), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ແລະ ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ຂອງລຸກຊຳບວກ, ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຕີມໍແລັສເຕ; ເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນ ເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຮັບ ລຸກຊຳບວກ ເຂົ້າເປັນພາຄີຂອງສົນທິສັນຍາ TAC ເຮັດໃຫ້ຈໍານວນພາຄີຂອງສົນທີສັນຍາດັ່ງກ່າວ ເພີ່ມເປັນ 55 ພາຄີ ໃນປັດຈຸບັນ ແລະ ໄດ້ຢຳ້ວ່າ ການເຂົ້າເປັນພາຄີສົນທິສັນຍາ TAC ຂອງລຸກຊຳບວກ ສະແດງໃຫ້ເຫັນການຮັບຮູ້ຫຼັກການພື້ນຖານຂອງອາຊຽນ ແລະ ທັງສະແດງໃຫ້ເຫັນຄວາມໝາຍໝັ້ນຂອງລຸກຊຳບວກ ທີ່ຈະຮ່ວມມືກັບອາຊຽນ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ.
ທ່ານ ຊາວີເອ ເບັດແຕນລ໌ (Xavier Bettel), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ແລະ ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ຂອງລຸກຊຳບວກ, ກໍໄດ້ປະກາດຄວາມກຽມພ້ອມຂອງລຸກຊຳບວກ ເພື່ອຈະຮ່ວມມືກັບອາຊຽນ ກໍຄື ການເສີມຂະຫຍາຍການພົວພັນກັບແຕ່ລະປະເທດສະມາຊິກອາຊຽນ.