ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາດາ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນ ແລະ ກໍານົດທິດທາງ ໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ການາດາ ໃນຕະຫຼອດໄລຍະ 46 ປີຜ່ານມາ ໂດຍສະເພາະ ການຍົກລະດັບການພົວພັນອາຊຽນ-ການາດາ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2023 ຜ່ານມາ ອັນໄດ້ສະທ້ອນໃຫ້ເຫັນໝາກຜົນຂອງການຮ່ວມມື ກໍຄືຄວາມໝາຍໝັ້ນຂອງອາຊຽນ ແລະ ການາດາ ໃນການຮັດແໜ້ນການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຕໍ່ໜ້າ.
ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ເຫັນດີໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ (2021-2025) ໃຫ້ມີປະສິດທິຜົນ ແລະ ໃຫ້ເລີ່ມຮ່າງແຜນປະຕິບັດງານສະບັບໃໝ່ (2026-2030) ໃຫ້ສໍາເລັດໃນປີໜ້າ. ທັງສອງຝ່າຍ ຍັງເຫັນດີຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ ລະຫວ່າງອາຊຽນ ແລະ ການາດາ ໂດຍສະເພາະໃຫ້ເລັ່ງລັດຂະບວນການເຈລະຈາສັນຍາເຂດການຄ້າເສລີອາຊຽນ-ການາດາໃຫ້ສໍາເລັດໂດຍໄວ. ໃນໂອກາດນີ້, ຜູ້ນໍາອາຊຽນ ແລະ ການາດາ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາອາຊຽນ-ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.
ສປປ ລາວ ໃນຖານະເປັນປະເທດປະສານງານສໍາລັບການພົວພັນຮ່ວມມືອາຊຽນ-ການາດາ ສໍາລັບສົກປີ 2024-2027 ໄດ້ສະແດງຄວາມໝາຍໝັ້ນ ເພື່ອເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ການາດາ ເພື່ອຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດອາຊຽນ-ການາດາ.
ການາດາ ເປັນໜຶ່ງໃນຄູ່ເຈລະຈາທີ່ຍາວນານຂອງ ອາຊຽນ ນັບຕັ້ງແຕ່ປີ 1977 ເປັນຕົ້ນມາ ແລະ ການພົວພັນດັ່ງກ່າວ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ຈົນໄດ້ຮັບການຍົກລະດັບເປັນຄູ່ຮ່ວມມືຍຸດທະສາດອາຊຽນ-ການາດາ ໃນປີ 2023 ຜ່ານມາ.
ຂໍ້ມູນ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ