ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.
ກອງປະຊຸມ ໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຮ່ວມມືອາຊຽນ-ອິນເດຍ ໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ. ບັນດາຜູ້ນໍາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫຼອດໄລຍະຫຼາຍກວ່າສາມທົດສະວັດຜ່ານມາ ອັນໄດ້ປະກອບ ສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ.
ສອງຝ່າຍ ໄດ້ເຫັນດີກໍານົດເອົາ ປີ 2025 ເປັນປີສະເຫຼີມສະຫຼອງການທ່ອງທ່ຽວອາຊຽນ-ອິນເດຍ ແນໃສ່ສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນ ແລະ ການແລກປ່ຽນທາງດ້ານວັດທະນະທໍາ ລະຫວ່າງອາຊຽນ ແລະ ອິນເດຍ. ກອງປະຊຸມ ຍັງໄດ້ສືບຕໍ່ຊຸກຍູ້ການເພີ່ມທະວີການຮ່ວມມື ໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ການພັດທະນາບຸກຄະລາກອນ, ເສດຖະກິດດີຈີຕອນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ອື່ນໆ.
ກອງປະຊຸມ ຍັງໄດ້ຮັບຮອງເອົາ 2 ເອກະສານ ຄື:
1) ຖະແຫຼງການຮ່ວມ ວ່າດ້ວຍການຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນກ່ຽວກັບອິນໂດ-ປາຊີຟິກ ໂດຍການສະໜັບສະໜູນຂອງນະໂຍບາຍ ຫັນສູ່ຕາເວັນອອກ ຂອງອິນເດຍ
2) ຖະແຫຼງການຮ່ວມວ່າດ້ວຍການພັດທະນາການຫັນປ່ຽນທາງດີຈີຕອນ.
ອິນເດຍ ເປັນໜຶ່ງໃນຄູ່ເຈລະຈາທີ່ສໍາຄັນ ແລະ ຫ້າວຫັນຂອງ ອາຊຽນ. ການພົວພັນຮ່ວມມື ລະຫວ່າງອາຊຽນ ແລະ ອິນເດຍ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1995, ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2012 ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2022.
ຂ່າວ: ວັນເພັງ, ພາບ: ສຸກສະຫວັນ