ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຫຼີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໃນລະຫວ່າງວັນທີ 09-12 ຕຸລາ 2024, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ຕຸລາ 2024 ທີ່ ສໍານັກງານນາຍົກລັດຖະມົນຕີ ໂດຍການເຂົ້າຮ່ວມຂອງຄະນະທາງການຂອງສອງປະເທດ ນໍາໂດຍ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ສະຫາຍ ນາຍົກລັດຖະມົນຕີ ຫຼີ ສຽງ. ຫຼັງຈາກນັ້ນ, ນາຍົກລັດຖະມົນຕີຂອງສອງປະເທດ ແລະ ຄະນະ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ສືບຕໍ່ດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄໍາອວຍພອນຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ ໃນຕົ້ນເດືອນຕຸລາ 2024 ຜ່ານມາ.

ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ທາງເລິກ, ສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງປະຕິບັດ “ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ“ ສະບັບໃໝ່ (2024-2028) ຢ່າງຕັ້ງໜ້າ ແລະ ກ້າວເຂົ້າສູ່ລວງເລິກ ດ້ວຍມາດຕະຖານ, ຄຸນນະພາບ ແລະ ລະດັບທີ່ສູງກວ່າເກົ່າ. ສອງຝ່າຍໄດ້ແຈ້ງສະພາບການຢູ່ພາຍໃນປະເທດໂດຍສັງເຂບໃຫ້ກັນຊາບ ພ້ອມທັງໄດ້ສະຫຼຸບຕີລາຄາໝາກຜົນຂອງການພົວພັນຮ່ວມມືໃນໄລຍະຜ່ານມາ, ໄດ້ລົງເລິກປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຕໍ່ກັບການຮ່ວມມືດ້ານຕ່າງໆເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ແມ່ນນັບມື້ນັບໄດ້ຮັບການຂະຫຍາຍຕົວ ແລະ ມີໝາກຜົນຕົວຈິງດີຂຶ້ນເທື່ອລະກ້າວ ໂດຍມູນຄ່າການຄ້າສອງຝ່າຍ ລາວ-ຈີນ ໃນ 8 ເດືອນຕົ້ນປີ 2024 ສາມາດບັນລຸໄດ້ ປະມານ 5,53 ຕື້ໂດລາ ເພີ່ມຂຶ້ນ 26,5%, ມູນຄ່າການລົງທຶນຂອງ ສປ ຈີນ ຍັງຄອງອັນດັບຕົ້ນໆຂອງການລົງທຶນຈາກຕ່າງປະເທດ; ການດໍາເນີນງານບໍລິຫານໂຄງການລົດໄຟ ລາວ-ຈີນ ໄດ້ຮັບຜົນສໍາເລັດເປັນກ້າວໆ, ເຊິ່ງນັບຕັ້ງແຕ່ເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ເປັນຕົ້ນມາ ສາມາດຂົນສົ່ງຜູ້ໂດຍສານໄດ້ທັງໝົດ 6 ລ້ານກວ່າເທື່ອຄົນ, ຂົນສົ່ງສິນຄ້າໄດ້ທັງໝົດປະມານ 10 ລ້ານໂຕນ; ການປະຕິບັດບັນດາໂຄງການຊ່ວຍເຫຼືອລ້າຂອງຈີນ ແມ່ນນັບມື້ນັບມີປະສິດທິຜົນ.

ສອງຝ່າຍເຫັນດີຮ່ວມກັນ ທີ່ຈະສືບຕໍ່ເລັ່ງລັດການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຄວາມເຫັນດີເປັນເອກະພາບກັນຂອງການນໍາສູງສຸດຂອງສອງພັກ, ສອງລັດຖະບານ ໂດຍສະເພາະ ຮ່ວມກັນເອົາໃຈໃສ່ຊຸກຍູ້ຜັນຂະຫຍາຍການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ; ສືບຕໍ່ກົນໄກການພົບປະແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງທັງສອງຝ່າຍໃຫ້ເປັນປົກກະຕິ ລວມທັງການແລກປ່ຽນການຮ່ວມມືໃນສາຍພັກ, ອົງການນິຕິບັນຍັດ ແລະ ອົງການຕຸລາການ ໃຫ້ເກີດດອກອອກຜົນ; ສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນທຸກເວທີພາກພື້ນ ແລະ ສາກົນ; ສືບຕໍ່ເອົາໃຈໃສ່ສ້າງແຜນພັດທະນາປິ່ນອ້ອມທາງລົດໄຟ ລາວ-ຈີນ ເພື່ອເຮັດໃຫ້ແຜນພັດທະນາຂອງສອງປະເທດເຊື່ອມໂຍງກັນ ແລະ ເຮັດໃຫ້ການນໍາໃຊ້ທາງລົດໄຟ ລາວ-ຈີນ ມີປະສິດທິຜົນສູງສຸດ; ຍິນດີສືບຕໍ່ປຶກສາຫາລື ກ່ຽວກັບການເຊື່ອມໂຍງ ເຊື່ອມຈອດດ້ານຄົມມະນາຄົມ ລະຫວ່າງ ສາມປະເທດ ສປ ຈີນ, ສປປ ລາວ ແລະ ສສຫວຽດນາມ ລວມທັງການເຊື່ອມຕໍ່ໄປຍັງພາກໃຕ້ຂອງ ສປປ ລາວ ໄປ ກໍາປູເຈຍ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ສ້າງແຜນແມ່ບົດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ລາວ-ຈີນ ເພື່ອເປັນບ່ອນອີງໃນການປະຕິບັດໂຄງການຮ່ວມມືທີ່ເປັນຮູບປະທໍາລະຫວ່າງສອງປະເທດ; ສືບຕໍ່ການຮ່ວມມືດ້ານການຄ້າ, ການທະນາຄານ, ການລົງທຶນ, ການພັດທະນາພື້ນຖານໂຄງລ່າງອື່ນໆທີ່ສໍາຄັນ ແລະ ການທ່ອງທ່ຽວ.

ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ນັກລົງທຶນ ແລະ ນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະໃນປີທ່ອງທ່ຽວລາວ 2024 ນີ້, ເຊິ່ງລັດຖະບານລາວ ໄດ້ມີນະໂຍບາຍຍົກເວັ້ນວີຊາ ໃຫ້ແກ່ນັກທ່ອງທ່ຽວຈາກຕ່າງປະເທດ ລວມທັງ ສປ ຈີນ ທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວລາວເປັນຄະນະ. ພ້ອມນີ້, ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ກໍ່ຄື ການສະໜັບສະໜູນຊ່ວຍເຫຼືອທາງດ້ານວັດຖຸອຸປະກອນ, ພາຫະນະທີ່ຈໍາເປັນ ແລະ ຍັງໄດ້ໃຫ້ຄໍາປຶກສາທີ່ມີຄຸນຄ່າ ເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ຫຼີ ສຽງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະການເຊື່ອມໂຍງເຊື່ອມຈອດ, ບັນດາໂຄງການພັດທະນາພື້ນຖານໂຄງລ່າງ, ດ້ານການຄ້າ-ການລົງທຶນ, ການພັດທະນາດ້ານພະລັັງງານໄຟຟ້າ ແລະ ການຮ່ວມພັດທະນາດ້ານວິທະຍາສາດ-ເຕັກໂນໂລຊີ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນເລື້ອຍໆ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ຢ່າງຈົບງາມ.

ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະ ສານຮ່ວມມືສອງຝ່າຍ ກ່ຽວກັບການເຊື່ອມໂຍງເຊື່ອມຈອດກັນ, ເສດຖະກິດ-ການຄ້າ, ການກວດກາສຸຂະອະນາໄມ, ການພັດທະນາສີຂຽວ ແລະ ຍືນຍົງ, ການຮ່ວມມືໃນຂົງເຂດອຸດສາຫະກໍາ, ວິທະຍາສາດເຕັກໂນໂລຊີ, ທ້ອງຖິ່ນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ໂດຍສະເພາະແມ່ນແນ່ໃສ່ຍົກລະດັບ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ຫຼີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ຄະນະ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບທາງການ ເປັນກຽດຈັດໂດຍ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມນັ້ນ, ສອງນາຍົກລັດຖະມົນຕີ ລາວ-ຈີນ ຍັງໄດ້ເຂົ້າຮ່ວມພິທີເປີດປ້າຍສໍາເລັດໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ອີກດ້ວຍ.

ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ