ງານເປີດແຫຼ່ງທ່ອງທ່ຽວຄ້າຍເກົ່າທະຫານຝຣັ່ງ (Fort Carnot 1990 es cafe) ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ຄ້າຍເກົ່າທະຫານຝຣັ່ງ, ໂດຍການເຂົ້າຮ່ວມຂອງທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງ, ທ່ານ ສີສະຫວັນ ມາຢົງເຊິນ ປະທານບໍລິສັດແດນຈະເລີນບໍລິການ ຈໍາກັດຜູ້ດຽວ, ມີບັນດາການນຳຂອງແຂວງ-ເມືອງ, ຂະແໜງການກ່ຽວຂ້ອງ, ນັກທຸລະກິດ, ຜູ້ປະກອບການພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ໄດ້ຜ່ານປະຫວັດຄວາມເປັນມາຂອງຄ້າຍເກົ່າທະຫານຝຣັ່ງ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງການເຄື່ອນຂອງກຳລັງພວກທະຫານຝຣັ່ງມາຕັ້ງຖານທັບຢູ່ແຂວງບໍ່ແກ້ວ. ໃນປີ ຄສ 1900 ຝຣັ່ງໄດ້ສ້າງຕັ້ງຄ້າຍແບບຖາວອນ ໂດຍສ້າງກໍາແພງອ້ອມຮອບ, ມີປ້ອມຍາມສັງເກດການ 2 ປ້ອມ, ສູງ 15 ແມັດ. ພາຍຫຼັງປະເທດລາວໄດ້ປະກາດເອກະລາດຈາກຝຣັ່ງໃນປີ 1954 ກອງທັບລາຊາອານາຈັກລາວໄດ້ນໍາໃຊ້ຄ້າຍແຫ່ງນີ້ຈົນຮອດປີ 1975. ຫຼັງຈາກນັ້ນເປັນຕົ້ນມາ ຄ້າຍທະຫານດັ່ງກ່າວແມ່ນຢູ່ໃນຄວາມຮັບຜິດຊອບຂອງກອງທັບປະຊາຊົນປະຕິວັດລາວ ແລະ ໄດ້ໂອນມາຢູ່ໃນຄວາມຮັບຜິດຊອບຂອງພະແນກ ຖວທ ແຂວງຈົນມາເຖິງປັດຈຸບັນນີ້.
ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທັງພາກລັດ-ເອກະຊົນ, ອົງການປົກຄອງທຸກຂັ້ນຈົ່ງພ້ອມກັນໃຫ້ຄວາມຊ່ວຍເຫຼືອສະໜັບສະໜູນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກເຮັດໃຫ້ການດໍານີນທຸລະກິດມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ຍຶນຍົງ, ພ້ອມທັງເນັ້ນໜັກໃຫ້ບໍລິສັດແດນຈະເລີນບໍລິການ ຈໍາກັດຜູ້ດຽວ (ຜູ້ພັດທະນາແຫຼ່ງທ່ອງທ່ຽວ) ຈົ່ງເອົາໃຈໃສ່ສືບຕໍ່ພັດທະນາທາງດ້ານສະຖານທີ່ທ່ອງທ່ຽວປະຫວັດສາດໃຫ້ມີຄວາມສົມບູນແບບຂຶ້ນຕື່ມ, ຊອກຄົ້ນ, ປັບປຸງບູລະນະ, ຂະຫຍາຍສະຖານທີ່ ແລະ ກິດຈະກໍາໃຫ້ມີຫຼາກຫຼາຍ ທັງສ້າງປະຫວັດສາດຄວາມເປັນມາ ແລະ ຈໍາລອງເຫດການຕ່າງໆ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້, ກາຍເປັນແຫຼ່ງທ່ອງທ່ຽວທີ່ມີຄວາມໂດດເດັ່ນ, ສາມາດດຶງດູດ, ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງບໍ່ແກ້ວ. ຈາກນັ້ນ, ການນໍາຂອງແຂວງໄດ້ຕັດແຖບຜ້າ ເພື່ອເປີດແຫຼ່ງທ່ອງທ່ຽວຄ້າຍເກົ່າທະຫານຝຣັ່ງ ຢ່າງເປັນທາງການ.
(ພາບ: ບຸນຈັນ ມະນີໄຊ).