ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສາທາລະນະສຸກ, ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ກົດໝາຍ ວ່າດ້ວຍການປິ່ນປົວ (ສະບັບປັບປຸງ) ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຄູ່ຮ່ວມພັດທະນາ ຂັ້ນສູນກາງ ຂຶ້ນໃນວັນທີ 15 ຕຸລາ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງສາກົນ, ຄະນະຫ້ອງການກະຊວງ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າ ແລະ ຮອງສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ເຜີຍແຜ່ 3 ກົດໝາຍໃນຂົງເຂດສາທາລະນະສຸກ ສະບັບ ໃໝ່ 2 ສະບັບ (ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ) ແລະ ສະບັບປັບປຸງ 1 ສະບັບ (ກົດໝາຍ ວ່າດ້ວຍການປິ່ນປົວ) ຊຶ່ງມີເປົ້າໝາຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ ແລະ ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ, ທ່ານ ສະໜອງ ທອງຊະນະ ໄດ້ກ່າວວ່າ: ກົດໝາຍດັ່ງກ່າວ ຖືເປັນບາດກ້າວສຳຄັນອັນໜຶ່ງ ໃນພາລະກິດການສະໜອງການບໍລິການປິ່ນປົວທີ່ມີຄຸນນະພາບໃຫ້ແກ່ປະຊາຊົນທຸກຄົນ ຊຶ່ງກົດໝາຍເຫຼົ່ານີ້ ຈະເປັນເຄື່ອງມືຊ່ວຍໃຫ້ລັດຖະບານແກ້ໄຂບັນຫາທ້າທາຍໃນວຽກງານສາທາລະນະສຸກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ການມີນິຕິກຳດ້ານສາທາລະນະສຸກທີ່ມີປະສິດທິພາບ ຖືເປັນເສົາຫຼັກອັນໜຶ່ງໃນການສ້າງລະບົບສາທາລະນະສຸກທີ່ເຂັ້ມແຂງ ແລະ ໝັ້ນຄົງ ເນື່ອງຈາກນິຕິກຳດັ່ງກ່າວ ຈະຊ່ວຍວາງກອບການຈັດຕັ້ງປະຕິບັດງານ ເພື່ອຮັບປະກັນການເຂົ້າເຖິງການບໍລິການປິ່ນປົວທີ່ມີຄຸນນະພາບ, ປົກປ້ອງສຸຂະພາບ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງປະຊາຊົນທຸກຄົນ. ກົດໝາຍທັງ 3 ສະບັບນີ້ ຖືເປັນຜົນງານຢັ້ງຢືນຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານໃນການລົງທຶນໃສ່ວຽກງານສາທາລະນະສຸກ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວທັງໃນປັດຈຸບັນ ແລະ ອະນາຄົດ ແລະ ກົດໝາຍດັ່ງກ່າວ ຍັງເປັນຜົນງານອັນມາຈາກເຫື່ອແຮງ ແລະ ຄວາມເອົາໃຈໃສ່ຂອງບັນດາພະນັກງານ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ອີກດ້ວຍ.
ກົດໝາຍທັງ 3 ສະບັບ ແມ່ນຮ່າງຂຶ້ນ ແລະ ປັບປຸງໂດຍ ກະຊວງສາທາລະນະສຸກ ຮ່ວມກັບສະພາແຫ່ງຊາດຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ ແລະ ກະຊວງທີ່ກ່ຽວຂ້ອງ. ຂະບວນການຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມຣິກາ (USCDC). ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອຸຍນີເຊັບ ແລະ ອົງການອະນາໄມໂລກ. ການປັບປຸງກົດໝາຍ ວ່າດ້ວຍການປິ່ນປົວ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ.
ທ່ານ ທິມ ອາມສະຕຣອງ ຈາກອົງການອະນາໄມໂລກ ໄດ້ກ່າວວ່າ: ການຮັບຮອງເອົາກົດໝາຍເຫຼົ່ານີ້ ຖືເປັນບາດກ້າວອັນສຳຄັນສູ່ການບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ແລະ ສົ່ງເສີມໃຫ້ປະຊາຊົນທຸກຄົນໃນ ສປປ ລາວ ມີສຸຂະພາບດີ. ຖືເປັນຜົນງານທີ່ສະທ້ອນເຖິງຄວາມມຸ່ງໝັ້ນໃນການສ້າງອະນາຄົດທີ່ປະຊາຊົນລາວທຸກຄົນມີສຸຂະພາບດີ ແລະ ມີໂອກາດໄດ້ໃຊ້ຊີວິດຢ່າງເຕັມທີ່. ອົງການອະນາໄມໂລກ ຖືເປັນກຽດທີ່ໄດ້ປະກອບສ່ວນໃນການປະຕິຮູບທາງກົດໝາຍຄັ້ງນີ້ ຊຶ່ງວຽກງານນີ້ກໍເປັນສ່ວນໜຶ່ງຂອງພາລະບົດບາດຫຼັກຂອງອົງການອະນາໄມໂລກ ແລະ ທີ່ສຳຄັນທີ່ສຸດ ແມ່ນການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ເພື່ອໃຫ້ປະຊາຊົນລາວທຸກຄົນໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ທ່ານ ອາຕູໂຣ ຣົມໂບລິ ຮອງຜູ້ຕາງໜ້າອົງການອຸຍນີເຊັບ ກ່າວວ່າ: ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ຖືເປັນບາດກ້າວສຳຄັນສຳລັບ ສປປ ລາວ ໃນການຫັນທິດທາງຂອງລັດຖະບານໃຫ້ເປັນຮູບປະທຳຍິ່ງຂຶ້ນ ເພື່ອຮັບປະກັນໃຫ້ທຸກຄອບຄົວ ໂດຍສະເພາະຄອບຄົວທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນ. ການຮ່ວມມືຊຶ່ງກັນ ແລະ ກັນ ຫຼາຍພາກສ່ວນ ໃນວຽກງານສາທາລະນະສຸກ, ການສຶກສາ, ນ້ຳສະອາດ, ສຸຂາພິບານ ແລະ ການປົກປ້ອງທາງສັງຄົມ ຖືເປັນກຸນແຈທີ່ຈະນຳໄປສູ່ຄວາມສຳເລັດ. ອົງການອຸຍນີເຊັບ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງຂ້າງກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ຄູ່ຮ່ວມງານທຸກພາກສ່ວນໃນວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສຸຂະພາບ ແລະ ຮັບປະກັນບໍ່ໃຫ້ໃຜຖືກປະຖິ້ມໄວ້ຂ້າງຫຼັງ.
ຂ່າວ-ພາບ: ຍຸພິນທອງ