ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົສຕຣາລີ ຄັ້ງທີ 6 ໄດ້ດຳເນີນເມື່ອບໍ່ດົນມານີ້ ຢູ່ນະຄອນ ແອລາເດເມືອງເອກຂອງລັດອົສຕຣາລີໃຕ້. ໂດຍການເປັນປະທານຮ່ວມຂອງ ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ ເພນນີ ຫວອງ ລັດຖະມົນຕີການຕ່າງປະເທດ ອົສຕຣາລີ.
ຂ່າວລະບຸວ່າ: ໃນກອງປະຊຸມ, ສອງຝ່າຍຢັ້ງຢືນການຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຢ່າງສູງ ຕໍ່ການພົວພັນສອງຝ່າຍ ແລະ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນສອງປະເທດພວມພັດທະນາຢ່າງດີງາມ ໃນເກືອບທຸກຂົງເຂດ, ທັງໃນການພົວພັນລະຫວ່າງສອງຝ່າຍ ແລະ ຫຼາຍຝ່າຍ. ສອງຝ່າຍເຫັນດີຊຸກຍູ້ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ເພີ່ມທະວີການສົມທົບ ແລະ ການສະໜັບສະໜູນຊຶ່ງກັນແລະກັນ ໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ສປຊ ໃຫ້ຫຼາຍກວ່າເກົ່າອີກ. ເມື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢັ້ງຢືນເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນ, ເຄົາລົບກົດໝາຍສາກົນ.
ສິ້ນສຸດກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ແລະ ທ່ານນາງ ເພນນີ ຫວອງ ໄດ້ຕົກລົງເຫັນດີກ່ຽວກັບເນື້ອໃນ ແລະ ລົງນາມໃນໂຄງການດຳເນີນງານກ່ຽວກັບການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2024 – 2027.