ໃນວັນທີ 21 ຕຸລາ ຜ່ານມາທີ່ກະຊວງສຶກສາທິການ ແລະ ກິລາໄດ້ມີພິທີມອບ-ຮັບໜ້າທີ່ ປະທານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ ແລະ ປະກາດຄະນະບໍລິຫານງານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ ຊຸດໃໝ່2024-2028, ພິທີມອບ-ຮັບດັ່ງກ່າວລະຫວ່າງ ທ່ານພົງສະຫວັດ ບຸບຜາ ອະດີດລັດຖະມົນຕີ ຫ້ອງວ່າການປະທານປະເທດ ປະທານສະຫະພັນກິລາກາຣາເຕໂດແຫ່ງຊາດລາວ (ຜູ້ເກົ່າ)ແລະ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະທານສະຫະພັນກິລາກາຣາເຕໂດແຫ່ງຊາດລາວ (ຜູ້ໃໝ່), ໂດຍມີ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄະນະກຳມະການໂອແລັມປິກແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ພົງສະຫວັດ ບຸບຜາຕາງໜ້າຄະນະບໍລິຫານງານ ສະຫະພັນກິລາກາຣາເຕໂດ ແຫ່ງຊາດ ຊຸດເກົ່າ 2019-2024, ໄດ້ລາຍງານສະຫຼຸບຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ, ໂດຍໄດ້ມີຫຼາຍຜົນງານທີ່ພົ້ນເດັ່ນເປັນຕົ້ນ: ສະຫະພັນໄດ້ຈັດສົ່ງນັກກິລາຈາກບັນດາສະໂມສອນ ເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ ຊຶ່ງສາມາດຍາດໄດ້ເຖິງ 6 ຫຼຽນເງິນ ແລະ 8 ຫຼຽນທອງ. ພ້ອມກັນນັ້ນ ສະຫະພັນ ກໍ່ສ້າງໄດ້ບຸກຄະລາກອນ ລະດັບກໍາມະການຕັດສິນ ແລະ ຄູຝຶກ ຈໍານວນໜຶ່ງ ທີ່ໄດ້ຜ່ານການສອບເສັງ ແລະ ຮັບຮອງ ຢັ້ງຢືນ ຈາກສາກົນ.
ຕໍ່ຈາກນັ້ນ, ທ່ານ ອິນທະວົງ ມະນີທອງຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ສະບັບເລກທີ 5555/ສສກ, ລົງວັນທີ 16 ສິງຫາ 2024, ໂດຍໄດ້ແຕ່ງຕັ້ງ ທ່ານ ແກ້ວວີສຸກ ໂສລະພົມຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານເປັນປະທານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ ຊຸດໃໝ່ ສົກປີ 2024-2028; ພ້ອມນັ້ນ, ກໍໄດ້ແຕ່ງຕັ້ງ ທ່ານ ພົງສະຫວັດ ບຸບຜາປະທານສະຫະພັນກິລາ ກາຣາເຕໂດ ຊຸດເກົ່າ ເປັນປະທານກິດຕິມາສັກ ຂອງສະຫະພັນຊຸດໃໝ່. ຄະນະບໍລິຫານງານ ສະຫະພັນ ຊຸດໃໝ່ນີ້ ປະກອບມີ ທີ່ປຶກສາ 2 ທ່ານ, ຮອງປະທານ 4 ທ່ານ, ກໍາມະການ 13 ທ່ານ; ໄດ້ແຕ່ງຕັ້ງ ທ່ານ ມີນາໄຊ ພິລາວົງຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເປັນເລຂາທິການສະຫະພັນ, ປະກອບມີ ຮອງເລຂາທິການ 2 ທ່ານ ແລະ ຜູ້ຊ່ວຍເລຂາທິການ 3 ທ່ານ.
ທ່ານ ແສງພອນ ພົນອາມາດ ໄດ້ມີຄໍາເຫັນຕໍ່ພິທີ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຜ່ານມາ ແລະ ສະເໜີມາຍັງຄະນະຊຸດໃໝ່ ສືບຕໍ່ພາລະກິດ ແລະ ຜົນງານຕ່າງໆ ທີ່ຄະນະຊຸດເກົ່າຍາດມາໄດ້, ພ້ອມກັນນັ້ນ ກໍຕ້ອງປັບປຸງ ແລະ ຜັນຂະຫຍາຍ ເພື່ອໃຫ້ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຂຶ້ນກວ່າເກົ່າ.
ໃນຕອນທ້າຍ, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ມີຄຳເຫັນ ແລະ ສະເໜີວິໄສທັດ ຕໍ່ການບໍລິຫານງານຂອງຄະນະຊຸດໃໝ່, ເປັນຕົ້ນການສືບຕໍ່ພັດທະນາ ສະຫະພັນ ກໍຄືບັນດາສະໂມສອນທີ່ຂຶ້ນກັບ; ຈັດການແຂ່ງຂັນປະຈໍາປີ ພາຍໃນປະເທດ ແລະ ສືບຕໍ່ສົ່ງນັກກິລາ ເຂົ້າຮ່ວມການແຂ່ງຂັນ ຢູ່ພາກພື້ນ ແລະ ສາກົນ; ຊອກຫາແຫຼ່ງທຶນຕ່າງໆ ເພື່ອປະກອບເຂົ້າເປັນງົບປະມານ ຂອງສະຫະພັນ, ຊ່ວຍເຫຼືອບັນດານັກກິລາ, ກໍາມະການ ແລະ ຄູຝຶກ; ພົວພັນປະສານງານກັບສະຖານທູດຍີ່ປຸ່ນ ແລະ ອົງການ JICA ປະຈໍາ ສປປ ລາວ ເພື່ອໃຫ້ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ, ວັດຖຸອຸປະກອນ, ຄູຝຶກ, ອາສາສະໝັກ ຕ່າງໆ.
(ຂ່າວ-ພາບ:ສົງການ)