ໂດຍ: ສົມພອນ ຂຸນດາວົງ
ທ່ານ ຕີງຊັງ ໄດ້ເລົ່າໃຫ້ຟັງເມື່ອບໍ່ດົນມານີ້ວ່າ: ຄອບຄົວ ຂ້າພະເຈົ້າໃນເມື່ອກ່ອນໄດ້ມີຖີ່ນຖານຢູ່ທີ່ແຂວງຜົ້ງສາລີ ແລະ ໄດ້ຍົກຍ້າຍມາຢູ່ແຂວງຫຼວງນໍ້າທາໃນປີ 1994, ທ່ານ ຕີງຊັງ ກໍເປັນຜູ້ໜື່ງທີ່ມີຄວາມສົນໃຈ ແລະ ຮັກມັກໃນອາຊີບລ້ຽງປາມາແຕ່ຕອນຍັງນ້ອຍ ແລະ ອີກຢ່າງໜື່ງທີ່ເປັນແຮງຈູງໃຈພາໃຫ້ຫັນມາລ້ຽງປາຂາຍກໍເພາະວ່າມີເງື່ອນໄຂທີ່ອໍານວຍຄວາມສະດວກຫຼາຍຢ່າງ ແລະ ອີກຢ່າງໜື່ງບວກກັບປະສົບການທີ່ເຄີຍເປັນຄົນລ້ຽງປາໃຫ້ກັບພໍ່ຄ້າຄົນຈີນມາກ່ອນ. ປັດຈຸບັນຄອບຄົວຂອງທ່ານ ຕີງຊັງ ຢູ່ບ້ານວຽງຄໍາ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຄອບຄົວມີທັງໝົດ 5 ຄົນ, ລູກ 3 ຄົນ, ໄດ້ລົງທືນລ້ຽງປາຂາຍມາແຕ່ປີ 2006-2007. ໃນເບື້ອງຕົ້ນໄດ້ນໍາໃຊ້ທືນກູ້ຢືມຈາກທະນາຄານຈໍານວນ 20 ລ້ານກວ່າກີບ, ໄດ້ລ້ຽງປາ 2 ໜອງ, ຊຶ່ງແນວພັນປາແມ່ນໄດ້ນໍາເຂົ້າມາຈາກ ສປ ຈີນ, ຊື້ປານ້ອຍມາລ້ຽງລາຄາ 700 ກີບຕໍ່ໂຕ. ເລີ່ມລ້ຽງປາເບຶ້ອງຕົ້ນເຮັດນ້ອຍແບບຄອບຄົວ. ປາທີ່ນໍາມາລ້ຽງມີປານີນ ແລະ ປາດຸກ, ໂດຍໄດ້ຈໍາໜ່າຍຂາຍທີ່ຕະຫຼາດຂອງແຂວງໄດ້ 40-50 ກິໂລຕໍ່ມື້, 2-3 ໂຕ່ນຕໍ່ປີ ສ້າງລາຍຮັບໄດ້ 300-400 ລ້ານກີບຕໍ່ປີ, ເຫັນວ່າການຂາຍປາແມ່ນໄດ້ຂາຍດີ ມີກໍາໄລເຮັດໃຫ້ຄອບຄົວມີລາຍຮັບຊີວິດການເປັນຢູ່ກໍນັບມື້ດີຂຶ້ນ ແລະ ເປັນທີ່ຕ້ອງການຂອງແມ່ຄ້າໃນຕະຫຼາດ ແລະ ຜູ້ບໍລິໂພກໄດ້ມີຈໍານວນຫຼາຍຂຶ້ນ. ດັ່ງນັ້ນ, ເພີ່ນຈິ່ງໄດ້ຕັດສີນໃຈຂະຫຍາຍເນື້ອທີ່ຂອງການລ້ຽງປາອອກຕື່ມ ແລະ ລ້ຽງປາຫຼາຍຂຶ້ນເພື່ອຕອບສະໜອງໃຫ້ພຽງພໍຕໍ່ຜູ້ບໍລິໂພກ.
ປີ 2015 ມາຮອດປັດຈຸບັນ ເພີ່ນມີໜອງປາທັງໝົດ 20 ກ່ວາໜອງ, ມີເນື້ອທີ່ 7,000 ຕາແມັດ, ມີໜອງອານຸບານປາ ແລະ ໜອງປາໃຫຍ່ເພື່ອຂາຍ, ປາທີ່ນໍາມາປ່ອຍ ມີປານິນ, ປາດຸກ, ປາກີນຫຍ້າ ແລະ ປ່າເກັດແລບ, ໃນ 1 ປີເພິ່ນໄດ້ນໍາໃຊ້ທືນເຂົ້າໃນການລ້ຽງປາປະມານ 3 ຕື້ກວ່າກີບ, ລາຍຮັບຈາກການຂາຍປາໄດ້ 4 ຕື້ກວ່າກີບ ຕໍ່ປີ. ສ່ວນກໍາໄລໄດ້ 800 ລ້ານກີບຕໍ່ປີ ຊຶ່ງໄດ້ຈໍາໜ່າຍສົ່ງຂາຍຢູ່ຕະຫຼາດອຸດສາຫະກໍາແຂວງ ແລະ ແມ່ຄ້າຈາກຕ່າງເມືອງ ມາຮັບຊື້ໄປຂາຍຕໍ່, ສ່ວນລາຄາປາທີ່ຂາຍສົ່ງໃນຕະຫຼາດ: ປານີນ 42 ພັນກີບຕໍ່ໂລ, ປາດຸກ 40 ພັນກີບຕໍ່ໂລ ແລະ ປາກີນຫຍ້າ 70 ພັນກີບຕໍ່ໂລ, ຂາຍປາໄດ້ 300–400 ກິໂລຕໍ່ວັນ, ມີປາປະມານ 70-80 ໂຕ່ນຕໍ່ປີ.
ທ່ານ ຕີງຊັງ ຍັງໃຫ້ຮູ້ຕື່ມວ່າ : ການບົວລະບັດຮັກສາປາທີ່ລ້ຽງ ແມ່ນມີຄວາມສໍາຄັນ ຕ້ອງໄດ້ເອົາໃຈໃສ່ເປັນຕົ້ນ: ນໍ້າໃນໜອງຕ້ອງໃຫ້ມີຄວາມສະອາດ ໝັ້ນປ່ຽນນໍ້າ, ປະລິມານນໍ້າມີ 3 ສ່ວນໃຫ້ປ່ອຍອອກ 2 ສ່ວນ ຈົ່ງໄວ້ສ່ວນ 1, ປ່ອຍ ຫຼື ປ່ຽນນໍ້າ ເດືອນ 1 ປ່ຽນເທື່ອໜື່ງ. ຖ້າບໍ່ປ່ອຍນໍ້າຈະເຮັດໃຫ້ນໍ້າເປື້ອນ ແລະ ເໝັນຈະເຮັດໃຫ້ປາບໍ່ໃຫຍ່, ຕາມຫຼັກການລ້ຽງ ຫຼື ປ່ອຍປາແມ່ນໃຫ້ປ່ອຍ ໃນເນື້ອທີ 1 ແມັດກະເລ ຕໍ່ປາ 2-4 ໂຕ, ຖ້າໃສ່ປາຫຼາຍເກີນຈໍານວນຈະບໍ່ໄດ້ຜົນ (ປາຈະບໍ່ໃຫຍ່ຕາມເຕັກນິກ) ເຮັດໃຫ້ປາຂາດອົກຊີ, ສໍາລັບການໃຫ້ຫົວອາຫານແມ່ນ 1 ໂຕ່ນຕໍ່ປາ 800 ໂລ (ເກືອເຊົ້າແລງ), ການລ້ຽງປາໃຊ້ເວລາ 200 ວັນ ຈຶ່ງນໍາປາອອກຂາຍໄດ້.
ຄຽງຄູ່ກັບການລ້ຽງປາ ຄອບຄົວຂອງທ່ານ ຕີງຊັງ ຍັງໄດ້ປູກຢາງພາລາ 2 ພັນຕົ້ນ, ສ້າງລາຍຮັບຈາກການຂາຍນໍ້າຢາງພາລາໄດ້ 100 ລ້ານກວ່າກີບ, ພ້ອມນີ້ຍັງໄດ້ເຮັດທຸລະກິດຕັ້ງເຕົາຂ້າສັດປະເພດໝູ ແລະ ງົວ, ຄວາຍ ສ້າງລາຍຮັບໄດ້ 180 ລ້ານກີບຕໍ່ປີ ລວມລາຍຮັບທັງໝົດປະມານ 980 ລ້ານກີບຕໍ່ປີ, ຈາກຜົນງານ ແລະ ຜົນສໍາເລັດຕົວຈິ່ງເຮັດໃຫ້ຄອບຄົວຂອງທ່ານ ຕີງຊາງໄດ້ຮັບໃບຢັ້ງຢືນກາຍເປັນ ຄອບຄົວຕົວແບບຂອງແຂວງຫຼວງນໍ້າທາໃນປີ 2008 .