ເມືອງໄຊເສດຖາເປັນໜຶ່ງໃນເທດສະບານຂອງນະຄອນຫຼວງວຽງຈັນ, ມີພື້ນຖານໂຄ່ງລ່າງເສດຖະກິດດີສົມຄວນ,ເປັນເມືອງເສດຖະກິດທີ່ກໍາລັງຂະຫຍາຍຕົວ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈຳເມືອງມີລັກສະນະຕັ້ງໜ້າ,ໃນປີ 2024 ສາມາດປະຕິບັດໄດ້ທັງໝົດ 132.19 ຕື້ກວ່າກີບເທົ່າກັບ 170.31% ຂອງແຜນການປີ.
ທ່ານ ພູຄໍາ ແກ້ວອອນສີ ຫົວໜ້າສ່ວຍສາອາກອນ ປະຈຳເມືອງໄຊເສດຖາ ໃຫ້ຮູ້ວ່າ: ສ່ວຍສາອາກອນ ປະຈຳເມືອງ​ ເປັນເສນາທິການໃຫ້​ສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນຕາມສາຍຕັ້ງ ແລະ ປະສານສົມທົບກັບ ອົງການປົກຄອງເມືອງກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ,ເຮັດໜ້າທີ່ຄຸ້ມຄອງຈັດ​ເກັບ​ລາຍ​ຮັບ​ສ່ວຍ​ສາ​ອາກອນເຊັ່ນ: ລາຍຮັບຈາກຫົວໜ່ວຍວິສາຫະກິດ,ອາກອນ​ທີ່​ດິນ ຫຼື ພາສີທີ່ດິນ,ຄ່າ​ທຳນຽມ​,ຄ່າບໍລິ​ການຕ່າງໆຈາກບັນດາ​ຂະແໜງ​ການລັດ​ ແລະ ອາກອນລາຍໄດ້ຕ່າງໆຈາກບຸກຄົນ,ຫ້ອງການຜູ້ຕ້າງໜ້າ​ເຂົ້າ​ງົບປະມານ​ແຫ່ງ​ລັດໃຫ້ຖືກຕ້ອງ,ໂປ່ງໃສ,ວ່ອງໄວ ແລະ ກວດສອບໄດ້ຕາມ​​ລະບຽບກົດໝາຍກໍານົດ​ ແລະ ມີ 2 ໜ້າວຽກເປັນຫຼັກຄື: ຄຸ້ມຄອງວຽກງານສ່ວຍສາອາກອນ ແລະ ຄຸ້ມຄອງລາຍຮັບສ່ວຍສາອາກອນ. ປັດຈຸບັນທົ່ວເມືອງມີພື້ນຖານຫົວໜ່ວຍທຸລະກິດທັງໝົດ 10,479 ຫົວໜ່ວຍ.ໃນນັ້ນ,ຫົວໜ່ວຍຖືບັນຊີ 1,608 ຫົວໜ່ວຍ, ຈຸນລະວິສາຫະກິດ 2,259 ຫົວໜ່ວຍ, ຄ່າເຊົ່າ 2,113 ຫົວໜ່ວຍ, 50 ລ້ານກີບລົງມາ 1,861 ຫົວໜ່ວຍ,ອົງການຈັດຕັ້ງ 21 ຫົວໜ່ວຍ, ບຸກຄົນ 2,617 ຫົວໜ່ວຍ; ໃນການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2024 ໄດ້ຮັບຕົວເລກແຜນການ 77.62 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງນັບແຕ່ຕົ້ນປີຮອດວັນທີ 31 ທັນວາ 2024 ສາມາດປະຕິບັດໄດ້ທັງໝົດ 132.9 ຕື້ກວ່າກີບເທົ່າກັບ 170.31% ຂອງ​ແຜນການ​ປີ, ທຽບໃສ່ໄລຍະດຽວຂອງປີ 2023 ເທົ່າກັບ 147.09% ເປັນເງິນປະມານ 42.32 ຕື້ກວ່າກີບ; ຄິດເປັນເງິນລື່ນແຜນການປີ 2024 ຈໍານວນ 54.57 ຕື້ກວ່າກີບ.
ສາເຫດດ້ານດີທີ່ເຮັດໃຫ້ການຈັດເກັບລາຍຮັບລື່ນແຜນການປີຍ້ອນເມືອງໄຊເສດຖາ ມີຖານລາຍຮັບທີ່ພົ້ນເດັ່ນເປັນຕົ້ນ: ຖານເກັບລາຍຮັບຈາກຂະແໜງການຜະລິດ, ການຄ້າ,ການບໍລິການ, ປະກອບມີຫຼາຍປະເພດອາກອນເຊັ່ນ: ອາກອນມູນຄ່າເພີ່ມ, ອາກອນກໍາໄລ, ອາກອນລາຍໄດ້ຈາກເງິນເດືອນ,ອາກອນລາຍໄດ້ຈາກຄ່າເຊົ່າ,ອາກອນທີ່ດິນ, ອາກອນລາຍໄດ້ຈາກການໂອນສິດນໍາໃຊ້ທີ່ດິນ 2%,ຄ່າທໍານຽມທາງ, ຄ່າທໍານຽມ, ບໍລິການ ແລະ ກອງທຶນ,ຊັບສິນຂອງລັດ ແລະ ອາກອນອື່ນໆ. ຄຽງຄູ່ກັນນີ້,ມີນິຕິກໍາ, ລະບຽບ ແລະ ກົດໝາຍ, ຄະນະພັກ, ການນໍາທຸກຂັ້ນ (ສ່ວຍສາອາກອນ ປະຈໍານະ ຄອນຫຼວງວຽງຈັນ, ຫ້ອງການ-ການເງິນເມືອງ, ອໍານາດການປົກຄອງເມືອງ ແລະ ອໍານາດການປົກຄອງບ້ານໃຫ້ຄວາມໃກ້ຊິດຕິດແທດ, ເອື້ອອໍາຄວາມສະດວກໃຫ້ ແລະ ມີເຄື່ອງມືທັນສະໄໝ (ລະບົບ TaxRIS, ຄ່າທໍານຽມທາງ,ອາກອນທີ່ດິນ) ເຂົ້າໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບສ່ວຍສາອາກອນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງໂປ່ງໃສຕາມ​​ລະບຽບກົດໝາຍກໍານົດ​.
ທ່ານ ພູຄໍາ ແກ້ວອອນສີ ໃຫ້ຮູ້ຕື່ມອີກວ່າ: ໃນປີ 2025 ຄາດຄະເນແຜນການເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 85 ຕື້ກວ່າກີບ, ເພີ່ມຂຶ້ນ 9.51% ຂອງແຜນການປີ 2024 ແລະ ຄາດຄະເນແຜນການຈັດເກັບໃນແຕ່ລະເດືອນໃຫ້ປະຕິບັດໄດ້ 10% ຂອງແຜນການ ຫຼື ເທົ່າກັບ 8.5 ຕື້ກວ່າກີບ, ແຜນການ 12 ເດືອນຕ້ອງປະຕິບັດໃຫ້ໄດ້ 102 ຕື້ກວ່າກີບເທົ່າກັບ 120% ຂອງແຜນປີ ແລະ ບັນດາມາດຕະການຈໍານວນໜຶ່ງເພື່ອຊຸກໃນການຈັດຕັ້ງປະຕິບັດວຽກງານຈັດເກັບລາຍຮັບອາກອນເຂົ້າງົບປະມານ, ຊຸກຍູ້ເກັບລາຍຮັບຈາກຄ່າທໍານຽມ ແລະ ຄ່າບໍລິການນໍາຂະແໜງການລັດອ້ອມຂ້າງເມືອງໃຫ້ມອບລາຍຮັບທີ່ເກັບໄດ້ ແລະ ປະຕິບັດຂັ້ນຕອນຈົດຮັບ-ຈົດຈ່າຍຜ່ານງົບປະມານ, ຄັງເງິນຕາມລະບຽບກົດໝາຍ ແລະ ອື່ນໆ.
(ໂດຍ: ບຸນທຽມ)