
ຂ່າວຕ່າງປະເທດລາຍງານໃນວັນທີ 12 ມີນາ ຜ່ານມາ; ສະຫະພັນເຂົ້າມຽນມາ ລາຍງານວ່າ: ການສົ່ງອອກເຂົ້າສານ ແລະ ເຂົ້າຫັກ ຂອງມຽນມາໃນໄລຍະ 11 ເດືອນຕົ້ນປີງົບປະມານ 2024-25(ເມສາ 2024 - ກຸມພາ 2025) ມີປະລິມານທັງໝົດ 2.37 ລ້ານກວ່າໂຕນ, ສ້າງລາຍຮັບໄດ້ 1.09 ຕື້ໂດລາ ໂດຍໂຕເລກການສົ່ງອອກສະເພາະເດືອນກຸມແມ່ນສູງກວ່າ 129,452 ໂຕນ.
ລາຍງານລະບຸວ່າ: ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກໄປຍັງ 30 ກວ່າປະເທດ, ໂດຍຜ່ານທາງທະເລ ແລະ ທາງບົກໃນໄລຍະດັ່ງກ່າວ.
ໃນສົກປີ 2023-2024, ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກ 1.6 ລ້ານໂຕນ, ສ້າງລາຍຮັບໄດ້ຫຼາຍກວ່າ 845 ລ້ານໂດລາ.