ເມື່ອບໍ່ດົນມານີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ. ໃນລະຫວ່າງການຢ້ຽມຢາມ ທ່ານ ໂຕເລິມ ໄດ້ເຂົ້າຮ່ວມ ພິທີ VietJet ປະກາດເປີດເສັ້ນທາງບິນໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຝູກວັກ ສສ ຫວຽດນາມ ກັບ ປະເທດສິງກະໂປ, ພ້ອມກັບການລົງນາມໃນສັນຍາສະໜອງທຶນ 300 ລ້ານໂດລາ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.
ເສັ້ນທາງສາຍການບິນຈະເປີດໃນວັນທີ 30 ພຶດສະພາ 2025, ເສັ້ນທາງໃໝ່ ຈະດໍາເນີນຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດ, ເຮັດໃຫ້ຈຳນວນຖ້ຽວບິນທັງໝົດ ຂອງ VietJet ລະຫວ່າງຫວຽດນາມ ແລະ ສິງກະໂປ ເພີ່ມຂຶ້ນເປັນ 78 ຖ້ຽວຕໍ່ ອາທິດ. ການເພີ່ມເສັ້ນທາງບິນນີ້ຄາດວ່າຈະໃຫ້ບໍລິການຜູ້ໂດຍສານຫຼາຍກວ່າ 500,000 ຄົນຕໍ່ປີລະຫວ່າງສອງປະເທດ.
ນັບແຕ່ໄດ້ນຳໃຊ້ເສັ້ນທາງນະຄອນໂຮ່ຈິມິນ - ສິງກະໂປ ໃນປີ 2014, VietJet ໄດ້ດໍາເນີນຖ້ຽວບິນກວ່າ 16,000 ຖ້ຽວ, ຂົນສົ່ງຜູ້ໂດຍສານລະຫວ່າງສອງປະເທດຫຼາຍກວ່າ 2,6 ລ້ານຄົນ. ເສັ້ນທາງບິນໃໝ່ ຝູກວັກ - ສິງກະໂປ ແມ່ນເພື່ອສົ່ງເສີມການທ່ອງທ່ຽວ ແລະ ຮັດແໜ້ນການພົວພັນດ້ານເສດຖະກິດ, ການຄ້າ, ວັດທະນະທຳ. ສັນຍາການສະໜອງທຶນ 300 ລ້ານໂດລາ
ສາຍການບິນ VietJet ແລະ Carlyle ໄດ້ລົງນາມໃນສັນຍາສະໜອງທຶນ 300 ລ້ານໂດລາ ເພື່ອຊ່ວຍການສົ່ງເຮືອບິນໃໝ່ໃນປີ 2025-2026. ຂໍ້ຕົກລົງນີ້ແມ່ນບາດກ້າວທີ່ສຳຄັນໃນຍຸດທະສາດຂອງ VietJet ໃນການ ຂະຫຍາຍຕົວທີ່ທັນສະໄໝ ຊຶ່ງລວມມີເຮືອບິນ 400 ກວ່າລໍາ.
Carlyle Aviation Partners ຄຸ້ມຄອງເຮືອບິນ 363 ລຳໃນ 53 ປະເທດ ຊຶ່ງເປັນບໍລິສັດການບິນຂອງກຸ່ມ The Carlyle, ເປັນບໍລິສັດການລົງທຶນທົ່ວໂລກດ້ວຍຊັບສິນ 447 ຕື້ໂດລາ ທີ່ມີບົດບາດສຳຄັນໃນຕ່ອງໂສ້ການສະໜອງການບິນສາກົນ.
ການບໍລິການອຸປະກອນປະສົມປະສານສຳລັບເຮືອ Airbus ທີ່ທັນສະໄໝ VietJet ແລະ Satair, ບໍລິສັດໃນເຄື່ອ Airbus, ໄດ້ລົງນາມໃນສັນຍາຫຼາຍປີສໍາລັບການບໍລິການວັດສະດຸປະສົມປະສານ (IMS) ຂອງ Satair ເພື່ອສະໜັບສະໜູນເຮືອບິນ Airbus A320 ແລະ A330 ທັງໝົດຂອງ VietJet. ພາຍໃຕ້ຂໍ້ຕົກລົງສະເພາະນີ້, Satair ຈະສະໜອງຫຼັກຊັບຝາກຂາຍ ແລະ ການສະໜອງການສະໜັບສະໜູນສໍາລັບວັດຖຸທີ່ສິ້ນເປືອງເພື່ອເພີ່ມປະສິດທິພາບຄ່າໃຊ້ຈ່າຍໃນການດໍາເນີນງານຂອງສາຍການບິນ. ການສະເໜີ IMS ຂອງ Satair ແມ່ນການແກ້ໄຂລະບົບຕ່ອງໂສ້ການສະໜອງແບບສິ້ນເປືອ ຊຶ່ງລວມມີການວາງແຜນ, ການຂົນສົ່ງ ແລະ ການຄຸ້ມຄອງສິນຄ້າ ຄົງຄັງ, ເຮັດໃຫ້ VietJet ສາມາດຮັກສາປະສິດທິພາບ ແລະ ຄວາມພ້ອມໃນການດໍາເນີນງານ.
ທ່ານນາງ ຫງວຽນທິເຟືອງຖາວ ປະທານບໍລິສັດ VietJet ໃຫ້ຮູ້ວ່າ: “VietJet ແມ່ນສາຍການບິນ ເປັນກຳລັງໜູນຂອງເສດຖະກິດການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນວັດທະນະທຳ.” ໂດຍມີເຮືອບິນ 115 ລໍາ ແລະ ມີຜູ້ໂດຍສານກວ່າ 230 ລ້ານຄົນ, VietJet ສືບຕໍ່ໃຫ້ຄຳໝັ້ນສັນຍາພັດທະນາແບບຍືນຍົງ ແລະ ການຮ່ວມມືດ້ານວັດທະນະທຳ. ດ້ວຍຖ້ຽວບິນໂດຍກົງລະຫວ່າງວຽງຈັນ ແລະ ນະຄອນໂຮ່ຈິມິນ/ນະຄອນຫຼວງຮ່າໂນ້ຍ, VietJet ສະເໜີໃຫ້ນັກທ່ອງທ່ຽວຈາກ ສປປ ລາວ ໄປເຖິງສະຖານທີ່ທ່ອງທ່ຽວ ຈຸດໝາຍປາຍທາງອັນດັບຕົ້ນໆໃນອາຊີ ແລະ ຕ່າງປະເທດ, ລວມທັງສິງກະໂປ, ມາເລເຊຍ, ຍີ່ປຸ່ນ, ສ ເກົາຫຼີ, ຈີນ, ອິນເດຍ ແລະ ອົສຕຣາລີ.
ຂ່າວ: ຕຸໄລ