ໃນວັນທີ 13 ມີນາຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງການ ການເງິນເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສູນບໍລິການຜ່ານປະຕູດຽວປະຈຳປີ 2024 ແລະ ທິດທາງແຜນການປີ 2025 ໂດຍການເປັນປະທານຂອງທ່ານ ສົມຈິດ ຮັງເຊັງຊົວ ຮອງເຈົ້າເມືອງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸກເຍຍກົງລີ ຮອງຫົວໜ້າໜ່ວຍງານສູນບໍລິການຜ່ານປະຕູດຽວໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານສູນບໍລິການຜ່ານປະຕູດຽວ ປະຈຳ 2024 ແລະ ທິດທາງແຜນການ ປີ 2025 ບາງຕອນທ່ານໃຫ້ຮູ້ວ່າ: ສູນບໍລິການຜ່ານປະຕູດຽວເມືອງ ເປັນໜ່ວຍງານໜຶ່ງທີ່ຂຶ້ນກັບຫ້ອງວ່າການເມືອງ ໄຊຍະບູລີ ແລະ ພາຍໃຕ້ການຊີ້ນໍາໂດຍກົງຂອງທ່ານຮອງເຈົ້າເມືອງ ແລະ ຄະນະຊີ້ນໍາຂອງຫົວໜ້າຫ້ອງການຈາກບັນດາຂະແໜງການທີ່ກ່ຽວຂ້ອງ.
ໃນໜຶ່ງປີຜ່ານມາ, ແຜນຈັດເກັບເງິນຄ່າທໍານຽມ ແລະ ບໍລິການຂອງໜ່ວຍງານບໍລິການຜ່ານປະຕູດຽວໃນປີ 2024 ທັງໝົດ 691,150,000 ກີບ. ໃນນີ້, ເງິນຄ່າທໍານຽມ 85,150,000 ກີບ; ຄ່າບໍລິການ 421,000,000 ກີບ; ອາກອນລາຍໄດ້ 2% ເທົ່າກັບ 15,000,000 ກີບ; ທືນຈົດທະບຽນຊັບສີນ 170,000,000 ກີບ. ຜ່ານການຈັດເກັບລາຍຮັບໄລຍະ 1 ປີຂອງ 8 ຫ້ອງການຜ່ານມາ ສາມາດປະຕິບັດໄດ້ທັງໝົດ 1,120 ລ້ານກວ່າກີບ ເທົ່າກັບ 162.07%. ໃນນີ້, ຫ້ອງການໂຍທາທິການ ແລະ ຂົນສົ່ງຕົວເລກແຜນການ 15 ລ້ານກວ່າກີບ ປະຕິບັດໄດ້ 23 ລ້ານກວ່າກີບ ເທົ່າກັບ 145ກ11%. ຫ້ອງການກະສິກຳ ແລະ ປ່າໄມ້ຕົວເລກແຜນການ 300 ລ້ານກວ່າກີບ, ປະຕິບັດໄດ້ 355 ລ້ານກວ່າກີບ ເທົ່າກັບ 118%, ຫ້ອງການອຸດສາຫະກໍາ ແລະ ການຄ້າຕົວເລກແຜນການ 60 ລ້ານກີບ ປະຕິບັດໄດ້ 68 ລ້ານກວ່າກີບ ເທົ່າກັບ 114.33%, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕົວເລກແຜນການ 112 ລ້ານກວ່າກີບ, ປະຕິບັດໄດ້ 122 ລ້ານກວ່າກີບ ເທົ່າກັບ 109.8%, ຫ້ອງການພາຍໃນຕົວເລກແຜນການ 11 ລ້ານກວ່າກີບ ປະຕິບັດໄດ້ 13 ລ້ານກວ່າກີບ ເທົ່າກັບ 121.77%, ຫ້ອງການການເງິນແຜນຈັດເກັບ 170 ລ້ານກີບ ປະຕິບັດໄດ້ 500 ລ້ານກວ່າກີບ ເທົ່າກັບ 297.77%, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຜນຈັດເກັບ 19 ລ້ານກວ່າກີບ ປະຕິບັດໄດ້ 28 ລ້ານກວ່າກີບ ເທົ່າກັບ 151.37%, ຫ້ອງການພະລັງງານບໍ່ແຮ່ ແຜນຈັດເກັບ 2 ລ້ານກີບປະຕິບັດໄດ້ 2 ລ້ານ 1 ແສນກີບ ເທົ່າກັບ 105%. ຈາກນັ້ນ, ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ໃນກອງປະຊຸມ.
(ຂ່າວ-ພາບ: ສົມພົງ ສີສະຫັວດ)