
ໃນວັນທີ 14 ມີນານີ້, ທີ່ສະໂມສອນເມືອງມຸນລະປາໂມກ ແຂວງຈຳປາສັກ, ສະຫະພັນແມ່ຍິງເມືອງໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910 - 8 ມີນາ 2025), ໂດຍການເຂົ້າຮ່ວມຂອງ ທ່ານ ວັນນະສັກ ຊາດຕະກູນ ເລຂາພັກເມືອງ ເຈົ້າເມືອງມຸນລະປາໂມກ, ທ່ານ ນາງ ໄພວັນ ພົງສຸດຕາ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ມີພາກສ່ວນກ່ຽວຂ້ອງພາຍໃນເມືອງ ພ້ອມດ້ວຍ ສະມາຊິກສະຫະພັນແມ່ຍິງທັງໝົດເຂົ້າຮ່ວມ.
ທ່ານເຈົ້າເມືອງມຸນລະປາໂມກ ໄດ້ປາຖະກະຖາປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ 8 ມີນາ, ຊຶ່ງທ່ານໄດ້ຍົກໃຫ້ເຫັນເຫດການ ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນສໍາຄັນ ໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກ, ໂຮງງານອຸດສາຫະກຳ ຂອງນາຍທຶນຂະຫຍາຍຕົວມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລຳບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນຍິງຢູ່ພາຍໃຕ້ລະບອບສັກດີນາ ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກນັ້ນ, ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືກຖືເປັນສິນຄ້າ, ເປັນເຄື່ອງຫຼີ້ນ, ຖືກທຸບຕີ ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ. ຕໍ່ກັບສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນ,ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ ໃນວັນທີ 8 ມີນາ 1899 ແລະ ໃນວັນທີ 8 ມີນາ 1908 ທວງໃຫ້ພວກນາຍທຶນ, ເຈົ້າຂອງໂຮງຈັກ, ໂຮງງານແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ, ຊຶ່ງເປັນພື້ນຖານຂອງຂະບວນການແມ່ຍິງສາກົນ, ໃນການຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ໄດ້ຮັບໄຊຊະນະ. ໃນປີ 1910 ກອງປະຊຸມສາກົນກ່ຽວກັບແມ່ຍິງຄັ້ງທຳອິດຢູ່ນະຄອນຫຼວງຂອງປະເທດເດນມາກ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນ ຊຶ່ງແມ່ນບາດລ້ຽວ ທາງດ້ານປະຫວັດສາດທີ່ສຳຄັນອັນໃຫຍ່ຫຼວງ ກ້າວສູ່ການປະຕິ ບັດສິດສະເໝີພາບຍິງ- ຊາຍ, ນັບແຕ່ນັ້ນມາ ເມື່ອຮອດວັນທີ 8 ມີນາ ຂອງທຸກໆປີ ສະຫະພັນແມ່ຍິງຫຼາຍປະເທດໃນທົ່ວໂລກ ຈຶ່ງໄດ້ຈັດການສະເຫຼີມສະຫຼອງ.
ຕອນທ້າຍທ່ານ ວັນນະສັກ ຊາດຕະກູນ ປະທານພິທີຫຍັງໃຫ້ກຽດມອບຂອງຂວັນໃຫ້ພະນັກງານບໍານານສະຫະພັນແມ່ຍິງຕື່ມອີກ.
(ຂ່າວ-ພາບ: ນ ໜູລີ່ ຊາພັກດີ)