
ໂດຍ: ຕະວິນຍານ
ເພື່ອເຮັດໃຫ້ມະຕິກອງປະຊຸມສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ສອດຄ່ອງກັບແຜນພັດທະນາການສຶກສາຂອງທ້ອງຖິ່ນ. ແຂວງຊຽງຂວາງ ຈຶ່ງໄດ້ກຳນົດຄາດໝາຍ ແລະ ກຳນົດຕົວຊີ້ບອກ ຂອງຂະແໜງການສຶກສາ ພາຍໃນແຂວງຊຽງຂວາງ ຈໍານວນ 15 ຄາດໝາຍ ໂດຍສອດຄ່ອງກັບສະພາບຄວາມເປັນຈິງຂອງແຂວງ.
ໃນປີ 2025 ນີ້, ແຂວງຈະສູ້ຊົນເຮັດໃຫ້ ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນສະເລ່ຍໃນທົ່ວແຂວງ ບໍ່ໃຫ້ຫຼຸດ 85%; ນັກຮຽນເຂົ້າຮຽນໃໝ່ ປ.1 (ອັດຕາເຂົ້າໃໝ່ສຸດທິ ປ.1) ບໍ່ໃຫ້ຫຼຸດ 100%; ນັກຮຽນເຂົ້າຮຽນໃໝ່ລວມ ປ.5 ໃຫ້ບັນລຸ 100.9%; ການປະລະການຮຽນຂອງນັກຮຽນ ປ.1 ບໍ່ໃຫ້ເກີນ 3.55%; ອັດຕາຈົບຊັ້ນປະຖົມ (ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ) ບໍ່ໃຫ້ຫຼຸດ 96.78%; ການເລື່ອນຊັ້ນ ປ.5 ຂຶ້ນ ມ.1 (ທຽບໃສ່ນັກຮຽນຕົ້ນປີ ປ.5) ບໍ່ໃຫ້ຫຼຸດ 93.14%; ດັດຊະນີຄວາມສະເໝີພາບຍິງ-ຊາຍ ອັດຕາການເລື່ອນຊັ້ນ ປ.5 ຫາ ມ.1 ໃຫ້ບັນລຸ; ການປະລະຂອງນັກຮຽນຊັ້ນປະຖົມ ບໍ່ໃຫ້ເກີນ 1.57%; ອັດຕາເຂົ້າຮຽນໃໝ່ ມ.4 ໃຫ້ບັນລຸ 79.52%; ການປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 8.13%; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບໃຫ້ໄດ້ 1,946 ຄົນ; ການຈັດສັນຄູຈາກບ່ອນທີ່ມີຄູເຫຼືອໄປໃສ່ບ່ອນທີ່ຄູບໍ່ພໍໃນທຸກຊັ້ນການສຶກສາສາຍສາມັນ ໃຫ້ບັນລຸໄດ້ 60 ຄົນ; ຮັບນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ, ຕອນປາຍເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໄລຍະສັ້ນ ໃຫ້ບັນລຸໄດ້ 616 ຄົນ.
ສົ່ງເສີມໃຫ້ນັກສຶກສາທີ່ເຂົ້າຮຽນໂຮງຮຽນວິຊາຊີບພາຍໃນແຂວງໃຫ້ເຂົ້າຮຽນໃນສາຍກະສິກຳ ດ້ວຍການລົງປູກຈິດສຳນຶກໃຫ້ນັກຮຽນຂັ້ນເມືອງລະ 1 ຄັ້ງ ລວມ 7 ຄັ້ງ; ສົ່ງເສີມມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳ ການແຂ່ງຂັນກິລາປະຈຳປີ, ກິລາວັນບຸນສຳຄັນຕ່າງໆຂອງຊາດ ແລະ ສາກົນ ໃຫ້ບັນລຸ 50%. ສົ່ງເສີມມວນຊົນທຸກເພດທຸກໄວຫັນມາອອກກຳລັງກາຍ, ຫຼິ້ນກິລາ, ຈັດການແຂ່ງ ຂັນກິລາ ໃນງານບຸນສຳຄັນຕ່າງໆ ຄຸ້ມຄອງເຄື່ອງ, ວັດຖຸອຸປະກອນການຫຼິ້ນກິລາ ທີ່ໄດ້ດໍາເນີນການຈັດຊື້ໄປແລ້ວນັ້ນເຂົ້າໄວ້ຢູ່ໃນສາງ ຮັບປະກັນການແຈກຢາຍໄປເຖິງເປົ້າໝາຍບໍ່ ໃຫ້ຕົກເຮ່ຍເສຍຫາຍ.