ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ມູນເຊື້ອວັນສ້າງຕັງກອງທັບປະຊາຊົນລາວ (20/1/1949 - 20/1/2025) ຄົບຮອບ 76 ປີ ຂຶ້ນຫວ່າງບໍ່ດົນມານີ້ ທີ່ ຫສປທ. ໃຫ້ກຽດເຜີຍແຜ່ ໂດຍ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ, ຄະນະນໍາ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພະນັກງານ-ລັດຖະກອນ.
ທ່ານ ອິນທະປັນຍາ ຂຽວວົງພະຈັນ ໄດ້ຍົກໃຫ້ເຫັນປະຫວັດການກໍາເນີດຂອງກອງທັບປະຊາຊົນລາວ, ຜົນງານ ໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ, ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ. ທາດແທ້ ຂອງກອງທັບປະຊາຊົນລາວສະແດງອອກ 3 ທາດແທ້ ຄື: ທາດແທ້ຂອງຊົນຊັ້ນກຳມະກອນ, ທາດແທ້ປະຕິວັດ, ທາດແທ້ປະຊາຊົນ. ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ ມີ 5 ມູນເຊື້ອ ຄື: ມູນເຊື້ອຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ມູນເຊື້ອນໍ້າໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນ, ໜຽວແໜ້ນ ແລະ ມີໄຫວພິບ, ມູນເຊື້ອນໍ້າໃຈດຸໝັ່ນຂະຫຍັນພຽນ, ອອກແຮງງານເພີ່ມພູນຜະລິດຜົນ ແລະ ປະຢັດ ມັດທະຍັດ, ມູນເຊື້ອ ຢຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນ ກັບປະຊາຊົນ ບັນດາເຜົ່າ ແລະ ມູນເຊື້ອພົວພັນຮ່ວມມືພາຍໃນ ແລະ ສາກົນຢ່າງກົມກຽວບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.
ກອງທັບປະຊາຊົນລາວ ໄດ້ສືບທອດມູນເຊື້ອພິລະອາດຫານ ຂອງວິລະບູລຸດຂອງຊາດ, ມີຄວາມອົງອາດ ກ້າຫານ ບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ, "1 ຄົນລົ້ມລົງ, ມີຫຼາຍໆຄົນລຸກຂຶ້ນ”, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ ຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ, ຜ່ານພຶດຕິກຳແຫ່ງການຕໍ່ສູ້ ຍືດເຍື້ອຍາວນານນັ້ນ ໄດ້ເກີດມີນັກຮົບດີເດັ່ນ, ນັກຮົບແຂ່ງຂັນ ແລະ ວິລະຊົນ ນັບທັງກໍາລັງຫຼວງ, ກຳລັງທ້ອງຖິ່ນ, ກອງຫຼອນ ໃນນີ້ ຍັງມີກໍາລັງເພດຍິງຮ່ວມນໍາເປັນຈໍານວນຫຼວງຫຼາຍ, ກອງທັບຍາມໃດກໍໄດ້ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການອອກແຮງງານເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ, ປັບປຸງຊີວິດການເປັນຢູ່ ຂອງພະນັກງານ, ນັກຮົບນັບມື້ດີຂຶ້ນ, ກອງທັບ ເວລາໃດກໍຖືວ່າຄວາມສາມັກຄີ ລະຫວ່າງ ກອງທັບກັບປະຊາຊົນບັນດາເຜົ່ານັ້ນຄື “ປາກັບນໍ້າ” ເປັນປັດໄຈພື້ນຖານສຳຄັນກວ່າໝູ່ໃນພາລະກິດຕໍ່ສູ້ ຂອງກອງທັບເຮົາ ໂດຍອີງໃສ່ປະຊາຊົນ ຢ່າງໜັກແໜ້ນ ເພື່ອຕໍ່ສູ້ປົກປ້ອງປະເທດຊາດ ກໍຄືໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ, ໄດ້ສາມັກຄີກັບກອງທັບປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ, ໂດຍສະເພາະແມ່ນຄວາມສາມັກຄີຮ່ວມສໍາພັນສູ້ຮົບແບບພິເສດກັບກອງທັບປະຊາຊົນ, ໄດ້ສາມັກຄີ ກັບກອງທັບປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ, ໂດຍສະເພາະແມ່ນຄວາມສາມັກຄີຮ່ວມສຳພັນສູ້ຮົບແບບພິເສດ ກັບກອງທັບປະຊາຊົນຫວຽດນາມອ້າຍນ້ອງ ແລະ ສາມັກຄີຮ່ວມມືຮອບດ້ານ ກັບກອງທັບປົດປ່ອຍປະຊາຊົນຈີນ.
ກອງທັບປະຊາຊົນລາວ ຍາມໃດກໍຖືເອົາປະຊາຊົນເປັນກົກ, ເປັນບໍ່ເກີດ, ເປັນເຫງົ້າພະລັງແຮງ ແລະ ເປັນບ່ອນອີງອັນແໜ້ນແກ່ນຂອງຕົນ, ການເພີ່ມທະວີກ້ອນກຳລັງສາມັກຄີອັນແໜ້ນແກ່ນ ຂອງປະຊາຊົນບັນດາເຜົ່າ, ຄວາມເປັນເອກະພາບໃນລະດັບສູງທາງດ້ານການເມືອງ - ແນວຄິດ ລະຫວ່າງ ປະຊາຊົນ ກັບກອງທັບ. ຄຽງຄູ່ກັນນັ້ນ ກອງທັບ ຍັງໄດ້ເພີ່ມທະວີການນໍາພາຂອງພັກ ຕໍ່ກໍາລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນທາດປະຕິວັດ, ມີແບບແຜນ, ມີລະບຽບວິໄນ, ມີຄວາມທັນສະ ໄໝ ແລະ ເອົາໃຈໃສ່ ກໍສ້າງຖັນແຖວນັກຮົບດ້ວຍການຍົກລະດັບສິລະປະຍຸດທະວິທີ ໃຫ້ມີຄວາມຄ່ອງແຄ້ວ ຕິດພັນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສ້າງກອງປອດໃສ, ປອດໄພ ແລະ ປອດຄະດີ ແລະ ວຽກງານອື່ນໆ.
ຈາກນັ້ນ, ໃນພິທີ ຍັງສືບຕໍ່ເຜີຍແຜ່ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະ ຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ (21/3/1946-21/3/2025) ແລະ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ (1/2/1956-1/2/2025).
(ຂ່າວ: ແສງຈັນ)