ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມີນາ ຜ່ານມາວ່າ: ສະໂມສອນບານເຕະ Manchester United ໄດ້ປະກາດແຜນການທີ່ຈະສ້າງສະໜາມກິລາແຫ່ງໃໝ່ ບັນຈຸ 1 ແສນບ່ອນນັ່ງ ໃນມູນຄ່າປະມານ 2 ຕື້ປອນ ແລະ ຈະຕັ້ງຢູ່ໃກ້ກັບສະໜາມກິລາ Old Trafford ຂອງສະໂມສອນໃນປັດຈຸບັນ.
ໂຄງການດັ່ງກ່າວຈະລວມມີການກໍ່ສ້າງເຮືອນ ຈຳນວນ 17,000 ຫຼັງ, ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາຊົມສະໜາມກິລາເພີ່ມຂຶ້ນ 1.8 ລ້ານຄົນຕໍ່ປີ ແລະ ສ້າງວຽກເຮັດງານທຳ ປະມານ 92.000 ຕຳ ແໜ່ງ.
ບໍລິສັດ Foster + Partners ຊຶ່ງເປັນບໍລິສັດສະຖາປັດຕະຍະກຳທີ່ມີຊື່ສຽງ ທີ່ໄດ້ຮັບມອບໝາຍໃຫ້ອອກແບບສະໜາມກິລາແຫ່ງໃໝ່ ໄດ້ເປີດເຜີຍແນວຄວາມຄິດ ແລະ ໂມເດລຈຳລອງຂອງສະໜາມກິລາ, ໂດຍ ລອດ ຟອສເຕີ ສະຖາປະນິກຜູ້ອອກແບບ ກ່າວວ່າ: ສະໜາມກິລາແຫ່ງນີ້ມີຄັນຮົ່ມຂະໜາດໃຫຍ່ເພື່ອເກັບພະລັງງານ ແລະ ນ້ໍາຝົນ ແລະ ເດີ່ນສາທາລະນະແຫ່ງໃໝ່ທີ່ມີຂະໜາດໃຫຍ່ກວ່າຈະຕຸຣັດ Trafalgar Square ເຖິງສອງເທົ່າ.
ເຊີ ຈິມ ແຣດຄລິຟ ເຈົ້າຂອງຮ່ວມຂອງ Manchester United ກ່າວວ່າ: ຂ່າວດັ່ງກ່າວເປັນຈຸດເລີ່ມຕົ້ນຂອງການເດີນທາງສູ່ການສ້າງສະໜາມກິລາທີ່ໃຫຍ່ທີ່ສຸດຂອງໂລກ ແລະ ນັ້ນໝາຍຄວາມວ່າສະໂມສອນຈະຕ້ອງຍ້າຍອອກຈາກສະໜາມກິລາ Old Trafford ຊຶ່ງເປັນສະໜາມທີ່ມີປະຫວັດສາດອັນຍາວນານ ແລະ ໃຊ້ຫຼິ້ນມາຕັ້ງແຕ່ປີ 1910.