ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 12 ມີນາ ຜ່ານມາວ່າ: ດ້ວຍບັດສະໜັບສະໜູນ 217 ບັດ ແລະ ບັດຄ້ານ 213 ບັດ, ສະພາຕ່ຳ ອາເມຣິກາ ໂດຍພັກສາທາລະນະຄວບຄຸມ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດຊົ່ວຄາວ ຊ່ວຍໃຫ້ລັດຖະບານມີງົບປະມານຢ່າງພຽງພໍ່ເພື່ອສືບຕໍ່ເຄື່ອນໄຫວຈົນເຖິງວັນທີ 30 ກັນຍາ ນີ້.
ກ່ອນໜ້ານັ້ນ, ທ່ານ ໂດນັລ ທຣໍາ ປະທານາທິບໍດີ ອາເມລິກາ ໄດ້ຮຽກຮ້ອງບັນດາສະມາຊິກລັດຖະສະພາສັງກັດພັກສາທາລະນະສາມັກຄີ ແລະ ສະໜັບສະໜູນຮ່າງກົດໝາຍດັ່ງກ່າວ. ບັນດາສະມາຊິກລັດຖະສະພາສັງກັດພັກສາທາລະນະນິຍົມຮັກສາເດີມເຄີຍຄັດຄ້ານບັນດາຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດຊົ່ວຄາວ ແລະ ນີ້ແມ່ນຄັ້ງທຳອິດທີ່ມີຫຼາຍທ່ານປ່ອນບັດສະໜັບສະໜູນຮ່າງກົດໝາຍດັ່ງກ່າວ ນັບແຕ່ພັກສາທາລະນະ ຍາດໄດ້ບ່ອນນັ່ງຈຳນວນຫຼາຍໃນສະພາຕ່ຳ ນັບແຕ່ເດືອນມັງກອນ ປີ 2023.
ຮ່າງກົດໝາຍສະບັບນີ້ ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາສູງ ແລະ ທ່ານ ໂດນັລ ທຣໍາປະທານາທິບໍດີອາເມຣິກາ ລົງລາຍເຊັນໃຫ້ເປັນກົດໝາຍ ກ່ອນວັນທີ 14 ມີນາ ເພື່ອຫຼີກລ່ຽງກໍລະນີລັດຖະບານຕ້ອງປິດປະຕູ.