ໂດຍ: ພູວັນ
ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ທີ່ຈະມາເຖິງນີ້, ທ່ານ ຄຳພຽງ ແກ້ວລັງສີ ຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບເວດສະພົງ ອະດີດຜູ້ ອຳນວຍການສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ໄດ້ສະແດງທັດສະນະຄວາມຮູ້ສຶກຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈຫາສິ່ງໃດມາປຽບບໍ່ໄດ້ ເພາະວ່າພັກປະຊາຊົນ ປະຕິວັດລາວ ແມ່ນເກີດມາຈາກຊົນຊັ້ນຊາວໄຮ່ນາ, ລູກຫຼານປະຊາຊົນແທ້ໆ ແນວຄິດອຸດົມການເຕັມໄປດ້ວຍຈິດໃຈຮັກຊາດອັນສູງສົ່ງ, ເສຍສະຫຼະຊີວິດເພື່ອຊາດ ເພື່ອປະຊາຊົນ ເປັນພັກທີ່ຍິ່ງໃຫຍ່ໃນຫົວໃຈປະຊາຊົນ ເປັນພັກທີ່ພິລະອາດຫານຊານໄຊ ວ່ອງໄວຄ່ອງແຄ້ວໃນການຫັນປ່ຽນ, ປະຊາຊົນລາວໄດ້ຮູ້ເຖິງມິດ ແລະ ສັດຕູຢ່າງຈະແຈ້ງ. ຕະຫຼອດຊີວິດທີ່ເປັນຄູ-ອາຈານໄດ້ນໍາເອົາແນວທາງຂອງພັກ ໄປສຶກສາອົບຮົມນັກຮຽນຫຼາຍໝື່ນຄົນໃຫ້ເຂົ້າໃຈ ເຊື່ອມຊຶມແນວທາງຂອງພັກເຮົາ ຫົວຄິດປະດິດສ້າງຂອງພັກທີ່ມີຕໍ່ຊາດ ຕໍ່ປະຊາຊົນຕະຫຼອດມາ.
ທ່ານ ຄຳພຽງ ແກ້ວລັງສີ ກ່າວໃຫ້ຮູ້ອີກວ່າ: ໃນສະໄໝຕໍ່ສູ້ກູ້ຊາດ ສະໄໝປົດປ່ອຍປົວບາດແຜສົງຄາມ, ສະໄໝພັດທະນາສ້າງສາປະເທດຊາດ ແຕ່ລະຍຸກ ແຕ່ລະສະໄໝລ້ວນແລ້ວແຕ່ມີການຕໍ່ສູ້ທີ່ແຕກຕ່າງກັນໄປ ແຕ່ພັກກໍໄດ້ນໍາພາປະເທດຊາດ ປະຊາຊົນຕໍ່ສູ້ຢ່າງເດັດດ່ຽວຂ້ຽວຂາດ ສາມາດຍາດເອົາໄຊຊະນະມາໄດ້ທຸກຄັ້ງ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກພວກຈັກກະພັດຕ່າງດ້າວທີ່ມາຮຸກຮານຮອດປັດຈຸບັນ. ຕະຫຼອດໄລຍະ 70 ປີແຫ່ງການຕໍ່ສູ້ຂອງພັກ ສຸດທີ່ລະອິດລະອ້ຽວຫຍຸ້ງຍາກລໍາບາກ ເສຍສະຫຼະເລືອດເນື້ອເພື່ອປະຊາຊົນ, ຈົນມີວິລະຊົນ, ນັກຮົບແຂ່ງຂັນ ແລະ ອ້າຍນ້ອງທະຫານທີ່ແມ່ນລູກປະຊາຊົນ ເສຍສະຫຼະຊີວິດເພື່ອປະເທດຊາດ.
ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ໂຮງຮຽນເຕັກນິກວິຊາຊີບເວດສະພົງໄດ້ສ້າງຜົນງານໃນການແຂ່ງຂັນສີມືແຮງງານໃນລະດັບສະຖາບັນໄດ້ຫຼຽນຄໍາ 1 ໜ່ວຍ ໂດຍທ້າວ ຊາຍ ທິບພະວັນດີ ຊຶ່ງເປັນນັກສຶກສາປີສຸດທ້າຍ ປັດຈຸບັນຜູ້ກ່ຽວໄດ້ມີການຝຶກຊ້ອມເພື່ອກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ 4 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ເມສາ 2025. ນອກຈາກນີ້, ທາງໂຮງ ຮຽນໄດ້ເຂົ້າຮ່ວມການຈັດຕັ້ງປະຕິບັດຫຼັກສູດສາມັນວິຊາຊີບ (ເອົາວິຊາຊີບບາງອາຊີບເຂົ້າຮຽນໃນຊັ້ນ ມ5-ມ7) ຮ່ວມກັບກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ທີ່ໂຮງຮຽນຟ້າສີຄາມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອໃຫ້ນັກສຶກສາໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ຕໍ່ກັບການຮຽນວິຊາຊີບໃນສາຍສາມັນສຶກສາ ທັງເປັນການປູກຈິດສຳນຶກໃຫ້ຊາວໜຸ່ມມັກຮັກອາຊີບ.
ໃນໂອກາດຄົບຮອບ 70 ປີວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດແດ່ທ່ານຜູ້ນໍາພັກ-ລັດ ຈົ່ງໝັ້ນຍືນຕະຫຼອດໄປ. ໃນນາມຜູ້ບໍລິຫານໂຮງຮຽນຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດແດ່ຄູ-ອາຈານ, ພະນັກງານ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນຂອງພັກ, ນໍາເອົາມູນເຊື້ອອັນອົງອາດກ້າຫານ, ສະຫຼາດສ່ອງໃສຂອງພັກ ຖ່າຍທອດໃຫ້ຄົນຮຸ່ນໃໝ່ຕະຫຼອດໄປ.
ພັກປະຊາຊົນ ປະຕິວັດລາວ ໝັ້ນຍືນ !