ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພະຈິກ ຜ່ານມາ, ອົງການສະຫະປະຊາຊາດ (UN) ລະບຸວ່າ: ມີປະຊາຊົນປະມານ 4,4 ລ້ານຄົນທົ່ວໂລກເປັນຄົນທີ່ບໍ່ມີສັນຊາດ ແຕ່ໂຕເລກທີ່ແນ່ນອນອາດຈະສູງກວ່ານີ້ຢ່າງຫຼວງຫຼາຍ ເນື່ອງຈາກສະຖານະພາບທີ່ເກືອບບໍ່ມີຕົວຕົນຂອງພວກເຂົາ.
ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ລະບຸວ່າ: ການບໍ່ມີສັນຊາດມີຜົນກະທົບຮ້າຍແຮງຕໍ່ຜູ້ທີ່ບໍ່ມີສັນຊາດເປັນຂອງຕົນເອງ ພ້ອມທັງຮຽກຮ້ອງໃຫ້ມີການດຳເນີນການຫຼາຍກວ່ານີ້ ເພື່ອຕໍ່ສູ້ກັບການກີດກັ້ນດັ່ງກ່າວ. ເນື່ອງຈາກຜູ້ທີ່ບໍ່ມີສັນຊາດບໍ່ໄດ້ຮັບການຍອມຮັບວ່າເປັນພົນລະເມືອງຂອງປະເທດໃດ ພວກເຂົາຈຶ່ງມັກຖືກເອົາປຽບທາງດ້ານສິດທິມະນຸດ ແລະ ການເຂົ້າເຖິງບໍລິການຂັ້ນພື້ນຖານຕ່າງໆ ຈົນນຳໄປສູ່ການຖືກບັ່ນທອນຄວາມສຳຄັນທາງດ້ານການເມືອງ ແລະ ທາງດ້ານເສດຖະກິດ ຕະຫຼອດຈົນສ່ຽງຕໍ່ການເລືອກປະຕິບັດ, ການເອົາລັດເອົາປຽບ ແລະ ການລ່ວງລະເມີດ. UNHCR ລະບຸຕື່ມວ່າ: ປະຊາຊົນຢ່າງໜ້ອຍ 4,4 ລ້ານຄົນ ໃນ 95 ປະເທດ ບໍ່ມີສັນຊາດ ຫຼື ມີສັນຊາດທີ່ບໍ່ສາມາດລະບຸໄດ້ ໂດຍຜູ້ທີ່ບໍ່ມີສັນຊາດຈຳນວນຫຼາຍໃນໂລກເປັນສະມາຊິກຂອງຊົນເຜົ່າຄົນກຸ່ມນ້ອຍ. ທ່ານ ຟີລິບໂປ ກຣານດີ ຂ້າຫຼວງໃຫຍ່ UNHCR ກ່າວວ່າ: ເຖິງແມ່ນວ່າການບໍ່ມີສັນຊາດມີສາເຫດມາຈາກຫຼາຍປະເທດ ແຕ່ໃນຫຼາຍກໍລະນີສາມາດແກ້ໄຂໄດ້ດ້ວຍການປ່ຽນແປງທາງດ້ານກົດໝາຍ ແລະ ນະໂຍບາຍ ອີກທັງຮຽກຮ້ອງໃຫ້ປະເທດຕ່າງໆທົ່ວໂລກດຳເນີນການທັນທີ ແລະ ຮັບປະກັນວ່າ ຈະບໍ່ມີຜູ້ໃດຖືກຖິ້ມໄວ້ທາງຫຼັງ. UNHCR ລະບຸເຕີມວ່າ: ໃນປີນີ້, ເຄນຢາ, ຄຣີກີດສະຖານ, ມອນໂດວາ, ມາຊິໂດເນຍເໜືອ, ປັອກຕຸຍການ ແລະ ແທນຊາເນຍ ດຳເນີນບາດກ້າວສຳຄັນໃນບັນຫາຄວາມບໍ່ມີສັນຊາດ ຂະນະທີ່ສາທາລະນະລັດ ປະຊາທາທິປະໄຕ ກົງໂກ ເປັນປະເທດຫຼ້າສຸດທີ່ລົງນາມໃນອະນຸສັນຍາວ່າດ້ວຍ ສະຖານະຂອງບຸກຄົນທີ່ບໍ່ມີລັດ ໃນປີ 1954 ແລະ ອະນຸສັນຍາວ່າດ້ວຍ ການຫຼຸດພາວະແບບບໍ່ມີລັດ ໃນປີ 1961.
ທ່ານ ກຣານດີ ກ່າວຕື່ມວ່າ: ຄວາມຄືບໜ້າໃນການຕໍ່ສູ້ກັບການບໍ່ມີສັນຊາດເປັນໄປໃນທາງບວກ ແລະ ພວກເຮົາຂໍຊື່ນຊົມປະເທດຕ່າງໆທີ່ດຳເນີນການ ແຕ່ມັນຍັງບໍ່ພຽງພໍ ເນື່ອງຈາກການພັດຖິ່ນໂດຍຖືກບັງຄັບເພີ່ມຂຶ້ນທົ່ວໂລກ, ປະຊາຊົນຫຼາຍລ້ານຄົນຈຶ່ງຖືກປະຖິ້ມ ຖືກບັ່ນທອນສິດທິມະນຸດຂັ້ນພື້ນຖານລວມເຖິງການມີສ່ວນຮ່ວມ ແລະ ການຊ່ວຍເຫຼືອສັງຄົມ ຊຶ່ງການກີດກັ້ນແບບນີ້ ບໍ່ຍຸຕິທຳ ແລະ ຕ້ອງໄດ້ຮັບການແກ້ໄຂ.