ໃນເດືອນມີນາຂະແໜງການຜະລິດຂອງສິງກະໂປ ຍັງແຂ່ງແກ່ງ

ໃນເດືອນມີນາຂະແໜງການຜະລິດຂອງສິງກະໂປ ຍັງແຂ່ງແກ່ງ

ໃນເດືອນມີນາຂະແໜງການຜະລິດຂອງສິງກະໂປ ຍັງແຂ່ງແກ່ງ
ຂ່າວຕ່າງປະເທດລາຍງານ; ຄະນະກຳມະການພັດທະນາເສດຖະກິດສິງກະໂປ (EDB) ກ່າວໃນທ້າຍອາທິດຜ່ານມາວ່າ: ຂະແໜງການຜະລິດຂອງສິງກະໂປຍັງຄົງແຂງແກ່ງໃນເດືອນມີນາຜ່ານມາ ເມື່ອທຽບໃສ່ປີກ່ອນ ແຕ່ຍັງຊ້າລົງເມື່ອທຽບໃສ່ເດືອນກຸມພາ, ປັດໃຈຕົ້ນຕໍແມ່ນການຫຼຸດລົງຂອງການຜະລິດໃນກຸ່ມຊີວະການແພດ.

 

ຂໍ້ມູນຈາກ EDB ສະແດງໃຫ້ເຫັນວ່າ:ຜົນຜະລິດຂະແໜງການຜະລິດໂດຍລວມໃນເດືອນມີນາເພີ່ມຂຶ້ນ 5.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ແຕ່ຖ້າຫາກພິຈາລະນາເປັນເດືອນຕໍ່ເດືອນ, (ປັບຕາມລະດູການ) ຜົນຜະລິດຫຼຸດລົງ 3.6%.

ເຫດຜົນຕົ້ນຕໍຂອງການຫຼຸດລົງປະຈໍາເດືອນມາຈາກຂະແໜງຊີວະການແພດ ທີ່ມີການຜະລິດຊ້າລົງຢ່າງຫຼວງຫຼາຍ ຊຶ່ງຖ້າຫາກບໍ່ນັບລວມກຸ່ມນີ້, ຂະແໜງການຜະລິດຂອງສິງກະໂປໄດ້ເຕີບໂຕ 4.9% ເມື່ອທຽບໃສ່ປີກາຍແລະ ຂະຫຍາຍຕົວ 0.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນອກຈາກນັ້ນ, ຖ້າເບິ່ງໃນໄລຍະກາງດ້ວຍຄ່າສະເລ່ຍການເຄື່ອນຍ້າຍປະຈໍາ 3 ເດືອນ, ຜົນຜະລິດຍັງເພີ່ມຂຶ້ນ 4.0% ເມື່ອທຽບໃສ່ປີກ່ອນ.

ເມື່ອພວກເຮົາເຈາະເລິກເຂົ້າໄປໃນແຕ່ລະກຸ່ມອຸດສາຫະກໍາ ພົບວ່າ:ກຸ່ມວິສະວະກໍາການຂົນສົ່ງໄດ້ມີຜົນງານທີ່ໂດດເດັ່ນທີ່ສຸດໃນເດືອນມີນາ. ໂດຍເພີ່ມຂຶ້ນສູງເຖິງ 20.2% ເມື່ອທຽບໃສ່ປີກ່ອນ, ໂດຍ EDB ຊີ້ໃຫ້ເຫັນວ່າປັດໃຈສະໜັບບສະໜູນຕົ້ນຕໍແມ່ນການຜະລິດຊິ້ນສ່ວນເຮືອບິນທີ່ສູງຂຶ້ນແລະການບໍາລຸງຮັກສາເຮືອບິນ(MRO) ຈາກສາຍການບິນການຄ້າທີ່ເພີ່ມຂຶ້ນ.

ພ້ອມກັນນັ້ນ, ຂະແໜງການເອເລັກໂຕຣນິກກໍຍັງເຕີບໂຕເປັນຢ່າງດີໃນລະດັບ 8.9% ເມື່ອທຽບໃສ່ປີກາຍ. ໂດຍສະເພາະ, ກຸ່ມຜະລິດຕະພັນດ້ານເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານ (ICT) ທີ່ເພີ່ມຂຶ້ນເຖິງ 14.1% ແລະກຸ່ມ semiconductor ກໍເພີ່ມຂຶ້ນ 8.2%.

ໃນທາງກົງກັນຂ້າມການຜະລິດທາງເຄມີຫຼຸດລົງ 6% ເມື່ອທຽບໃສ່ປີຕໍ່ປີແລະກຸ່ມຜະລິດຕະພັນທົ່ວໄປຍັງຫຼຸດລົງ 13%.

ຄໍາເຫັນ

ຂ່າວຕ່າງປະເທດ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

ຂ່າວສານຊີອາໄອລາຍງານວ່າ: ໃນລະ​ຫວ່າງວັນ​ທີ 17-18 ພະ​ຈິກ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ ປະເທດ​ຣັດ​ເຊຍ, ພາຍ​ຫຼັງສຳ​ເລັດກອງ​ປະ​ຊຸມໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​.
ຫວຽດນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

ຫວຽດນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 19 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຄັ້ງທີ 6 (IMM6), ຂໍ້ລິເລີ່ມສົມທົບຂັ້ນລັດຖະມົນຕີກ່ຽວກັບການປ້ອງກັນຕ້ານການຄ້າມະນຸດຢູ່ບັນດາປະເທດ ເຂດອະນຸພາກພື້ນແມ່ນ້ຳຂອງ (ວິວັດການ COMMIT).
ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ເພີ່ມເຕີມ