ສະຖາປະນາ ສປ ຈີນຄົບຮອບ 75 ປີ.

ໃນຮອບ 75 ປີຜ່ານມາ, ເປັນຫຍັງຈີນແລະໂລກຈຶ່ງສາມາດບັນລຸແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ໃນຮອບ 75 ປີຜ່ານມາ, ເປັນຫຍັງຈີນແລະໂລກຈຶ່ງສາມາດບັນລຸແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ປີນີ້ແມ່ນປີສະຖາປະນາ ສປ ຈີນຄົບຮອບ 75 ປີ. ໃນຮອບ 75 ປີທີ່ຜ່ານມາ ໄດ້ເປັນສັກຂີພິຍານໃຫ້ແກ່ຄວາມມະຫັດສະຈັນແຫ່ງການພັດທະນາຢ່າງວ່ອງໄວຂອງເສດຖະກິດຈີນ

ທັງເປັນສັກຂີພິຍານໃຫ້ແກ່ສິ່ງທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນກັບໂລກ. ເລີ່ມຈາກປະເທດທີ່ອ່ອນແອແລະທຸກຍາກກາຍມາເປັນກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກ, ປະເທດໃຫຍ່ດ້ານອຸດສາຫະກຳອັນດັບໜຶ່ງຂອງໂລກ, ປະເທດໃຫຍ່ດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້ອັນດັບໜຶ່ງຂອງໂລກ, ປະເທດໃຫຍ່ດ້ານການບໍລິໂພກສິນຄ້າອັນດັບສອງຂອງໂລກ……ຈີນໄດ້ກາຍເປັນພະລັງຂັບເຄື່ອນອັນສຳຄັນໃນດ້ານການເຕີບໂຕຂອງເສດຖະກິດໂລກ. ໃນລະຫວ່າງປີ 1979 ຫາປີ 2023, ອັດຕາການເຕີບໂຕສະເລ່ຍຕໍ່ປີຂອງເສດຖະກິດຈີນໄດ້ບັນລຸເຖິງ 8.9%, ສູງກວ່າອັດຕາການເຕີບໂຕສະເລ່ຍຂອງເສດຖະກິດໂລກໃນໄລຍະດຽວກັນ3.0%. ໂດຍສະເພາະໃນໄລຍະ 10 ກວ່າປີຜ່ານມາ, ອັດຕາປະກອບສ່ວນສະເລ່ຍຂອງຈີນທີ່ມີຕໍ່ເສດຖະກິດໂລກມີຫຼາຍກວ່າ 30%.
ໃນຮອບ 75 ປີຜ່ານມາໄດ້ເກີດມີການປ່ຽນແປງແບບພິກແຜ່ນດິນປີ້ນແຜ່ນຟ້າ, ເປັນຫຍັງຈີນແລະໂລກຈຶ່ງສາມາດບັນລຸແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ? ນີ້ກໍຍ້ອນວ່າ ຈີນໄດ້ຖືຕົນເອງຢູ່ໃນກະແສການພັດທະນາຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ສ້າງຜົນປະໂຫຍດຮ່ວມກັນກັບໂລກແລະພັດທະນາຮ່ວມກັນ, ຊຸກຍູ້ລະບົບການບໍລິຫານໂລກໃຫ້ກ້າວໄປຕາມທິດທາງທີ່ຍຸຕິທຳແລະສົມເຫດສົມຜົນ.
ການເຮັດແນວໃດຈຶ່ງຈະສາມາດແກ້ໄຂບັນຫາອັນຫຍຸ້ງຍາກດ້ານການພັດທະນາໄດ້? ຈີນໄດ້ມີການເຄື່ອນໄຫວມາໂດຍຕະຫຼອດ: ເລີ່ມຈາກການວາງບັນຫາການພັດທະນາໃສ່ຖານະໃຈກາງຂອງວາລະສາກົນ ຮອດການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະສາມຂໍ້ລິເລີ່ມໃຫຍ່ທົ່ວໂລກ; ເລີ່ມຈາກການຊ່ວຍເຫຼືອປະເທດທີ່ກຳລັງພັດທະນາເພື່ອຮັບມືກັບຄວາມສ່ຽງ ແລະສິ່ງທ້າທາຍຕ່າງໆ.ຕັ້ງແຕ່ໃດມາ, ຈີນກໍໄດ້ຊຸກຍູ້ການ “ປຶກສາຫາລືຮ່ວມກັນ, ກໍ່ສ້າງຮ່ວມກັນແລະຊົມໃຊ້ຮ່ວມກັນ” ເພື່ອເຮັດໃຫ້ໝາກຜົນການພັດທະນາສາມາດສ້າງຜົນປະໂຫຍດໃຫ້ແກ່ທຸກຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄາເຂົ້າໃນຍີ່ປຸ່ນ ເພີ່ມຂຶ້ນ 17 ອາທິດຕິດຕໍ່ກັນ

ລາຄາເຂົ້າໃນຍີ່ປຸ່ນ ເພີ່ມຂຶ້ນ 17 ອາທິດຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ພຶດສະພາ ຜ່ານມາ; ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນ ລາຍງານວ່າ: ລາຄາເຂົ້າສານໃນຍີ່ປຸ່ນ ເພີ່ມສູງຂຶ້ນແບບບໍ່ເຄີຍມີມາກ່ອນ ຢູ່ທີ່ 4,233 ເຢນ ຕໍ່ 5 ກິໂລກຣາມໃນອາທິດທີ່ສິ້ນສຸດໃນວັນທີ 27 ເມສາ ຜ່ານມາ ຊຶ່ງໄດ້ຂຶ້ນສູ່ລະດັບສູງສຸດເປັນອາທິດທີ 17 ຕິດຕໍ່ກັນ.
ຟີລິບປິນ ຢືນຢັນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກຊະນິດຮຸ່ນແຮງກໍລະນີທຳອິດຂອງປະເທດ

ຟີລິບປິນ ຢືນຢັນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກຊະນິດຮຸ່ນແຮງກໍລະນີທຳອິດຂອງປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ພຶດສະພາ ຜ່ານມາວ່າ: ກົມອຸດສາຫະກຳສັດ ພາຍໃຕ້ກະຊວງກະສິກຳຂອງຟີລິບປິນ ຢືນຢັນການກວດພົບເຊື້ອໄວຣັດໄຂ້ຫວັດສັດປີກຊະນິດຮຸ່ນແຮງ ສາຍພັນ A ສາຍພັນຍ່ອຍ H5N9 ກໍລະນີທຳອິດ ໃນແຂວງຄາມາຣີເນສຊູ.
ທ່ານ​ ສີ​ຈິ້ນ​ຜິງ​ ພົບ​ປະກັບ​ ​ທ່ານ​ ວະ​ລາ​ດີ​ເມຍ ປູ​ຕິນ

ທ່ານ​ ສີ​ຈິ້ນ​ຜິງ​ ພົບ​ປະກັບ​ ​ທ່ານ​ ວະ​ລາ​ດີ​ເມຍ ປູ​ຕິນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 8 ພຶດ​ສະ​ພາ​ ຜ່ານມາ ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ວັງ​ແກ​ຣມແ​ລັງ ​ທີ່ນະ​ຄອນຫຼວງ​ມົ​ສ​ກູ ​ປະ​ເທດ​ຣັດ​ເຊຍ.
ຫວຽດນາມ ສ້າງ​ກົນ​ໄກ ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

ຫວຽດນາມ ສ້າງ​ກົນ​ໄກ ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບຄະນະລັດຖະບານ ກ່ຽວກັບການສ້າງຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະເພື່ອພັດທະນາເສດຖະກິດເອກະຊົນ.
ອົສຕຣາລີ ພັດທະນາເຄື່ອງມືຊ່ວຍຊາວກະສິກອນປັບປຸງພັນງົວທົນຕໍ່ອາກາດຮ້ອນ

ອົສຕຣາລີ ພັດທະນາເຄື່ອງມືຊ່ວຍຊາວກະສິກອນປັບປຸງພັນງົວທົນຕໍ່ອາກາດຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ຜ່ານມາ; ສື່​ມວນ​ຊົນ​ອົສ​ຕຣາ​ລີ​ລາຍ​ງານ​ວ່າ:ເຄື່ອງ​ມື​ວັດແທກພັນ​ທຸ​ກຳ​ແບບ​ໃໝ່​ທີ່​ອົສ​ຕຣາ​ລີ​ພັດ​ທະ​ນາ​ຂຶ້ນເອງ ກຳລັງຊ່ວຍເຫຼືອຊາວກະສິກອນ​ຜູ້​ລ້ຽງ​ງົວ​ນົມໃນການປັບປຸງພັນງົວທີ່​ທົນ​ທານ​ຕໍ່​ຄວາມ​ຮ້ອນ​ໄດ້ດີຂຶ້ນ. ທ່າມກາງຄວາມ​ທ້າ​ທາຍ​ທີ່ເພີ່ມ​ຂຶ້ນ​ຂອງ​ຄວາມ​ກົດ​ດັນ​ຈາກອາກາດ​ຮ້ອນ​ໃນ​ການ​ລ້ຽງ​ສັດ​ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.
EU ປະ​ກາດ​ບ້ວງ​ເງິນ​ 500 ລ້ານເອີ​ໂຣ ດຶງ​ດູດ​​ນັກ​ຄົ້ນ​ຄວ້າ​ທົ່ວ​ໂລກ

EU ປະ​ກາດ​ບ້ວງ​ເງິນ​ 500 ລ້ານເອີ​ໂຣ ດຶງ​ດູດ​​ນັກ​ຄົ້ນ​ຄວ້າ​ທົ່ວ​ໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານນາງ ເອີຊູລາ ວອນເດີເລເຢນ ປະທານຄະນະກຳມະການເອີຣົບ ໄດ້ປະກາດບ້ວງເງິນ 500 ລ້ານເອີໂຣ (ປະມານ 566 ລ້ານໂດລາ) ເພື່ອແນໃສ່ຊຸກຍູ້ກຳລັງຄວາມສາມາດຄົ້ນຄວ້າວິທະຍາສາດຂອງ ສະຫະພາບເອີຣົບ (EU) ແລະ ດຶງດູດບັນດານັກວິທະຍາສາດແຖວໜ້າຈາກຫຼາຍປະເທດໃນໂລກ.
ຫຼາຍ​ປະ​ເທດ​ຈັດ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີແຫ່ງວັນ​ໄຊ​ຊະ​ນະຟາດ​ຊິດ

ຫຼາຍ​ປະ​ເທດ​ຈັດ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີແຫ່ງວັນ​ໄຊ​ຊະ​ນະຟາດ​ຊິດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 7 ພຶດສະພາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ, ໃນວັນທີ 6 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງມົສກູສະຫະພັນ ຣັດເຊຍໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ຣັດເຊຍ.
UN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ

UN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ຜ່ານມາ;ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານສະບັບລ້າສຸດລະບຸວ່າ: ຄວາມກ້າວໜ້າຂອງການພັດທະນາມະນຸດທົ່ວໂລກກຳລັງຊ້າລົງແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. ​ໂດຍເພີ່ມ​ຂຶ້ນ​ໜ້ອຍ​ທີ່​ສຸດ​ນັບ​ແຕ່​ປີ 1990.
ທ່ານສີ​ຈິ້ນ​ຜິງ​ເດີນ​ທາງ​ຢ້ຽມຢາມຣັດເຊຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປະເທດຂອງສະຫະພາບໂຊວຽດ​

ທ່ານສີ​ຈິ້ນ​ຜິງ​ເດີນ​ທາງ​ຢ້ຽມຢາມຣັດເຊຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປະເທດຂອງສະຫະພາບໂຊວຽດ​

ຂ່າວສານຊີອາໄອ ລາຍງານໃນວັນທີ 8 ພຶດສະພາ ນີ້ວ່າ: ໃນວັນ​ທີ 7 ພຶດ​ສະ​ພາ ຜ່ານມາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​​ຮອດສະ​ໜາມ​ບິນ​ວະ​ນຸ​ໂກ​ໂວ​ນະ​ຄອນຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ ແລະ ​ແຈກ​ຢາຍ​ໃບ​ປາ​ໄສ​​ໃຫ້​ສື່ມວນ​ຊົນ​ຢູ່​ສະ​ໜາມ​ບິນ ໂດຍ​ກ່າວ​ວ່າ: ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຣັດ​ເຊຍ​ທາງ​ລັດ​ຖະ​ກິດ
ຍອດເງິນລົງທຶນຈົດທະບຽນເຂົ້າຫວຽດນາມ ເພີ່ມຂຶ້ນເກືອບ 40%

ຍອດເງິນລົງທຶນຈົດທະບຽນເຂົ້າຫວຽດນາມ ເພີ່ມຂຶ້ນເກືອບ 40%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ພຶດສະພາ ຜ່ານມາ; ໂຕເລກຫຼ້າສຸດຂອງກົມການລົງທຶນຕ່າງປະເທດ (ກະຊວງການເງິນ ຫວຽດນາມ) ປະກາດໃຫ້ຮູ້ວ່າ: ໄລ່ຮອດວັນທີ 30 ເມສາ ຜ່ານມາ, ຍອດເງິນລົງທຶນຈົດທະບຽນເຂົ້າ ຫວຽດນາມ ບັນລຸ 13.8 ຕື້ກວ່າໂດລາ,
ເພີ່ມເຕີມ